ຫວຽດນາມ ແລະ ບຸນກາຣີ ກຳນົດຂົງເຂດຮ່ວມມືໃໝ່

(VOVWORLD) - ເພື່ອຍູ້ແຮງການຮ່ວມມືດ້ານການຄ້າ ແລະ ການລົງທຶນ 2 ຝ່າຍກວ່າອີກ, 2 ຝ່າຍຄວນຮັກສາການຜັນຂະຫຍາຍປະສິດທິຜົນກົນໄກຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດ ແລະ ເຕັກນິກ
ຫວຽດນາມ ແລະ ບຸນກາຣີ ກຳນົດຂົງເຂດຮ່ວມມືໃໝ່ - ảnh 1ທີ່ການຕ້ອນຮັບ
(ພາບ: moit.gov.vn)

        ຢູ່ນອກກອງປະຊຸມລັດຖະມົນຕີອົງການການຄ້າໂລກ (WTO) ຄັ້ງທີ 13 (MC), ທີ່ໄດ້ຈັດຂຶ້ນແຕ່ວັນທີ 26 – 29 ກຸມພາ, ຢູ່ Abu Dhabi, ສະຫະລັດອາຣັບ ເອມມີເລດ (UAE), ວັນທີ 27 ກຸມພາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ຕ້ອນຮັບທ່ານ Bogdan Bogdanov, ລັດຖະມົນຕີກະຊວງເສດຖະກິດ ແລະ ອຸດສາຫະກຳ ບຸນກາຣີ.

        ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ຖືວ່າ, ເພື່ອຍູ້ແຮງການຮ່ວມມືດ້ານການຄ້າ ແລະ ການລົງທຶນ 2 ຝ່າຍກວ່າອີກ, 2 ຝ່າຍຄວນຮັກສາການຜັນຂະຫຍາຍປະສິດທິຜົນກົນໄກຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດ ແລະ ເຕັກນິກລະຫວ່າງ ຫວຽດນາມ ແລະ ບຸນກາຣີ. ໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີສະເໜີໃຫ້ 2 ຝ່າຍຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ຄື: ກະສິກຳ, ທາດເຄມີ, ການຢາ; ພິຈາລະນາເລື່ອງເປີດກວ້າງການຮ່ວມມືພັດທະນາໃນບັນດາຂະແໜງອຸດສາຫະກຳ, ເຕັກໂນໂລຊີສີຂຽວ, ພະລັງງານໃໝ່…

        ສ່ວນທ່ານລັດຖະມົນຕີ Bogdan Bogdanov, ໃຫ້ຮູ້ວ່າ, ຈະສົມທົບກັບກະຊວງອຸດສາຫະກຳການຄ້າ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການແລກປ່ຽນບັນດາເນື້ອໃນຮ່ວມມື ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຈັດກອງປະຊຸມຄັ້ງທີ 24 ຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດ ແລະ ເຕັກນິກຢູ່ນະຄອນຫຼວງ Sofia ຂອງ ບຸນກາຣີ ໃນປີ 2024 ໃຫ້ບັນລຸຜົນສຳເລັດ.

        ປີ 2023, ຍອດວົງເງິນການຄ້າ 2 ສົ້ນ ຫວຽດນາມ - ບຸນກາຣີ ບັນລຸ 211,4 ລ້ານ USD, ເພີ່ມຂຶ້ນ 3,7% ເມື່ອທຽບໃສ່ປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ