ຫວຽດນາມ ແລະ ມົງໂກນ ເພີ່ມທະວີການຮ່ວມມືໃນວຽກງານປ້ອງກັນ, ຕ້ານອາດຊະຍາກຳ

(VOVWORLD) - ຕອນບ່າຍວັນມທີ 02 ເມສາ, ຢູ່ນະຄອນຮ່າໂນ້ຍ, ທ່ານພົນໂທ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ, ໄດ້ມີການພົບປະເຈລະຈາກັບ ທ່ານ Amarjargal Gansukh ເລຂາສະພາປ້ອງກັນຄວາມສະຫງົບແຫ່ງຊາດມົງໂກນ ທີ່ພວມຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ
ຫວຽດນາມ ແລະ ມົງໂກນ ເພີ່ມທະວີການຮ່ວມມືໃນວຽກງານປ້ອງກັນ, ຕ້ານອາດຊະຍາກຳ - ảnh 1 ການເຮັດວຽກລະຫວ່າງ 2 ຝ່າຍ

ກ່າວຄຳເຫັນທີ່ການພົບປະເຈລະຈາ, ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ ຖືວ່າ: ໃນໄລຍະຈະມາເຖິງ, ກະຊວງຕຳຫຼວດຫວຽດນາມຈະຄົ້ນຄວ້າຊ່ອງທາງໃນການຮ່ວມມືພົບປະແລກປ່ຽນບັນດາຂັ້ນກັບຝ່າຍມົງໂກນ ແນໃສ່ແບ່ງປັນບົດຮຽນໃນວຽກງານປ້ອງກັນ, ຕ້ານການກໍ່ການຮ້າຍ.  ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ ສະເໜີໃຫ້ທັງສອງຝ່າຍຄົ້ນຄວ້າການສ້າງຕັ້ງບັນດາກົນໄກການຮ່ວມມືໃນຂົງເຂດປ້ອງກັນຄວາມສະຫງົບ ແນໃສ່ເພື່ອແລກປ່ຽນຂໍ້ມູນຂ່າວສານ; ກົນໄກການສົມທົບໃນວຽກງານຮັບປະກັນຄວາມໝັ້ນຄົງໃຫ້ບັນດາຄະນະຜູ້ແທນຂັ້ນສູງທີ່ໄປຢ້ຽມຢາມເຊິ່ງກັນແລະກັນ ແລະ ບັນດາອົງການຕາງໜ້າການຕ່າງປະເທດ, ພາລະກອນການທູດ, ພົນລະເມືອງ ແລະ ບັນດາຜົນປະໂຫຍດຖືກຕ້ອງກັບກົດໝາຍຢູ່ແຕ່ລະປະເທດ. ສອງຝ່າຍສືບຕໍ່ຊຸກຍູ້ການພົວພັນຮ່ວມມືຕາມບັນດາລະບອບລະບຽບການຫຼາຍຝ່າຍ.

        ທ່ານເລຂາສະພາປ້ອງກັນຄວາມສະຫງົບແຫ່ງຊາດມົງໂກນ ປາດຖະໜາວ່າ ກະຊວງຕຳຫຼວດຫວຽດນາມ ແລະ ສະພາປ້ອງກັນຄວາມສະຫງົບແຫ່ງຊາດມົງໂກນ ຈະສືບຕໍ່ຊອກຮູ້, ຊຸກຍູ້, ເພີ່ມທະວີການພົວພັນຮ່ວມມື, ພິເສດແມ່ນໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳ, ການກໍ່ການຮ້າຍ, ຜ່ານນັ້ນ ກໍປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນຮ່ວມມືທີ່ເປັນມູນເຊື້ອ, ນ້ຳໃຈມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ມົງໂກນ.

ຕອບກັບ

ຂ່າວ/ບົດ​ອື່ນ