ເລີ່ມ​ຕົ້ນ​ໂຄງ​ການ​ຊຸກ​ຍູ້​ການ​ໝູນ​ໃຊ້​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ ພາກ​ພື້ນ (RCEP)

(VOVWORLD) - RCEP ໄດ້ລົງນາມແຕ່ເດືອນພະຈິກ 202 ລະຫວ່າງອາຊຽນ ກັບ 5 ປະເທດຄູ່ຮ່ວມມືລວມມີ: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນ, ປັດຈຸບັນແມ່ນເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກດ້ວຍຜູ້ບໍລິໂພກປະມານ 2,3 ຕື້ຄົນ, ກວມເອົາເກືອບ 30%ປະຊາກອນ ແລະ ປະມານ 30% GDP ທົ່ວໂລກ.
ເລີ່ມ​ຕົ້ນ​ໂຄງ​ການ​ຊຸກ​ຍູ້​ການ​ໝູນ​ໃຊ້​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ ພາກ​ພື້ນ (RCEP) - ảnh 1 ທ່ານເລຈ້ຽວຢຸງ, ຫົວໜ້າກົມນະໂຍບາຍການຄ້າ ກ່າວຄຳເຫັນທີ່ພິທີ (ພາບ: thoibaotaichinhvietnam.vn)

ພິທີເລີ່ມປະຕິບັດໂຄງການ “ຊຸກຍູ້ການໝູນໃຊ້ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP), ພິເສດໃນຂົງເຂດການຄ້າດີຈີຕອນ, ດ້ວຍການເຂົ້າຮ່ວມຂອງເຂດເອກະຊົນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ” ໂດຍກະຊວງອຸດສາຫະກຳ ແລະ ການຄ້າສົມທົບກັບໂຄງການການຄ້າໃນພາກພື້ນ ເພື່ອການພັດທະນາ ຈັດຂຶ້ນໃນຕອນເຊົ້າວັນທີ 23 ມີນາຢູ່ຮ່າໂນ້ຍ.

ພິທີເລີ່ມປະຕິບັດເພື່ອແນໃສ່ແນະນຳເປົ້າໝາຍ, ວິວັດການຜັນຂະຫຍາຍ ແລະ ບັນດາການເຄື່ອນໄຫວຫຼັກຂອງໂຄງການ, ພ້ອມທັງສ້າງເວທີປາໄສເພື່ອໃຫ້ບັນດາອົງການຄຸ້ມຄອງລັດ, ອົງການໜູນຊ່ວຍວິສາຫະກິດ, ສະມາຄົມຂະແໜງຜະລິດສິນຄ້າ ແລະ ປະຊາຄົມວິສາຫະກິດ ແລກປ່ຽນກ່ຽວກັບການປະຕິບັດ ແລະ ລະດັບການໝູນໃຊ້ RCEP ຢູ່ຫວຽດນາມ.

ກ່າວຄຳເຫັນໄຂຢູ່ພິທີ, ທ່ານເລຈ້ຽວຢຸງ, ຫົວໜ້າກົມນະໂຍບາຍການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ RCEP ໄດ້ລົງນາມແຕ່ເດືອນພະຈິກ 202 ລະຫວ່າງອາຊຽນ ກັບ 5 ປະເທດຄູ່ຮ່ວມມືລວມມີ: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນ, ປັດຈຸບັນແມ່ນເຂດການຄ້າເສລີໃຫຍ່ທີ່ສຸດໃນໂລກດ້ວຍຜູ້ບໍລິໂພກປະມານ 2,3 ຕື້ຄົນ, ກວມເອົາເກືອບ 30%ປະຊາກອນ ແລະ ປະມານ 30% GDP ທົ່ວໂລກ. ສຳລັບຫວຽດນາມ, RCEP ພວມກາຍເປັນໜຶ່ງໃນບັນດາກຳລັງໜູນສຳຄັນຊຸກຍູ້ການເປີດກວ້າງຕະຫຼາດສົ່ງອອກ ແລະ ເພີ່ມທະວີການເຊື່ອມໂຍງເສດຖະກິດສາກົນ. ປີ 2025, ວົງເງິນການສົ່ງອອກຂອງ ຫວຽດນາມ ໄປຍັງບັນດາຕະຫຼາດ RCEP ບັນລຸກວ່າ 172 ຕື້ USD, ເພີ່ມຂຶ້ນກວ່າ 30%ເມື່ອທຽບໃສ່ປີ 2021.


ຕອບກັບ

ຂ່າວ/ບົດ​ອື່ນ