ຫວຽດນາມ ແລະ ລາວ ຊຸກຍູ້ການຮ່ວມມືວິທະຍາສາດເຕັກໂນໂລຊີ

 ຫວຽດນາມ ແລະ ລາວ ຊຸກຍູ້ການຮ່ວມມືວິທະຍາສາດເຕັກໂນໂລຊີ - ảnh 1
ຄະນະຜູ້ແທນ ຫວຽດນາມ ແລະ ລາວ ດຳເນີນການເຈລະຈາ
ພາບ:vietnamplus.vn


(vovword)- ວັນ​ທີ 21/5, ຄະນະ​ຜູ້​ແທນ​ສະ​ຖາ​ບັນ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດນາມ ​ໂດຍ​ສາດສະດາ​ຈານ Chau Van Minh ກຳມະການ​ສູນ​ກາງ​ພັກ, ຫົວຫນ້າ​ສະຖາບັນ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດນາມ ​ເປັນ​ຫົວຫນ້າ​ຄະນະ​ໄດ້ ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ລາວ ​ໂດຍ​ ສາດສະດາຈານ ບໍ​ວຽງ​ຄຳ ວົງ​ດາລາ ສະມາຊິກ​ສະ​ພາ​ມະຫາ​ບັນ​ດີດ, ລັດຖະ​ມົນຕີ​ກະຊວງ​ດັ່ງກ່າວ​ນຳ​ຫນ້າ. ສອງ​ຝ່າຍ​ໄດ້​ປຶກສາ​ຫາລື ​ແລະ ​ເປັນ​ເອກະ​ພາບ​ກັນ​ກ່ຽວ​ກັບ​ຄວາມ​ສາມາດ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຄື: ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ການ​ຄົ້ນ​ຄ້ວາ, ຜັນ​ຂະຫຍາຍ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ເພື່ອ​ຊ່ວຍ​ເຫລືອ​ ລາວ, ສ້າງ​ການວາງ​ແຜນ​ກຳນົດ​ສັງ​ລວມ​ແຫ່ງ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ໃຫ້​ແກ່​ບາງ​ແຂວງ ຂອງ ລາວ ກໍ​ຄື​ການ​ຮ່ວມ​ມື​ໃນ​ການ​ຄົ້ນ​ຄ້ວາ, ບັນ​ເທົາ​, ປ້ອງ​ກັນ ​ແລະ ຕ້ານ​ໄພ​ທຳ​ມະ​ຊາດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ນຳ​ໃຊ້​ຊັບ​ພະຍາກອນ​ທຳ​ມະ​ຊາດ​ຢ່າງ​ເໝາະ​ສົມ. ​ທີ່​ການ​ເຈລະຈາ, ຜູ້ຕາງຫນ້າ​ສະ​ຖາ​ບັນ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຫວຽດນາມ ​ແລະ ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ລາວ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ວິທະຍາສາດ, ​ໃນ​ນັ້ນ ​ເນັ້ນ​ຫນັກ​ເຖິງ​ເລື່ອງ​ຊຸກຍູ້​ບັນດາ​ໂຄງການ​ຄົ້ນ​ຄວ້າ​ລວມ ຊຶ່ງ​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ຕາມ​ບົດ​ບັນທຶກ​ຄວາມ​ຊ່ວຍ​ຈຳ​ແລ້ວ, ສອງ​ຝ່າຍ​ຮ່ວມ​ຈັດ​ຕັ້ງ​ບັນດາ​ຊຸດ​ບຳລຸງ​ສ້າງ, ກອງ​ປະຊຸມ​ສຳ​ມະ​ນາ, ​ແລກປ່ຽນ​ຜູ້​ຊ່ຽວຊານ, ພະນັກງານ​ຄົ້ນ​ຄ້ວາ, ຂໍ້​ມູນ​ຂ່າວສານ ​ແລະ ​ເອກະສານ​ວິທະຍາສາດ, ຫນູນ​ຊ່ວຍ​ກັນ​ໃນ​ບັນດາ​ຂົງ​ເຂດ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ.

 

 

ຂ່າວ/ບົດ​ອື່ນ