ຫວຽດ​ນາມ ແລະ ລາວ ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ

(VOVWORLD) -ກອງປະຊຸມໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງການນຳຂັ້ນສູງສອງປະເທດ ເພື່ອແນໃສ່ຍົກລະດັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ໃຫ້ກາຍເປັນເສົາຄ້ຳໜຶ່ງໃນການພົວພັນສອງຝ່າຍ, ເພື່ອຜົນປະໂຫຍດອັນແທດຈິງຂອງປະຊາຊົນ ແລະ ວິສາຫະກິດສອງປະເທດ.
ຫວຽດ​ນາມ ແລະ ລາວ ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ 

ຕອນເຊົ້າວັນທີ 12 ມັງກອນ, ຢູ່ນະຄອນຫຼວງວຽງຈັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ເປັນປະທານຮ່ວມກອງປະຊຸມຮ່ວມມືລົງທຶນ ຫວຽດນາມ - ລາວ 2023. ກອງປະຊຸມໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງການນຳຂັ້ນສູງສອງປະເທດ ເພື່ອແນໃສ່ຍົກລະດັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ໃຫ້ກາຍເປັນເສົາຄ້ຳໜຶ່ງໃນການພົວພັນສອງຝ່າຍ, ເພື່ອຜົນປະໂຫຍດອັນແທດຈິງຂອງປະຊາຊົນ ແລະ ວິສາຫະກິດສອງປະເທດ.

ກ່ຽວກັບການລົງທຶນຂອງ ຫວຽດນາມ ຢູ່ລາວ, ມາຮອດປັດຈຸບັນ, ຫວຽດນາມ ມີຍອດເງິນລົງທຶນຈົດທະບຽນຂອງ ຢູ່ ລາວ ບັນລຸເກືອບ 5,34 ຕື້ USD. ຫວຽດນາມ ຍາມໃດກໍ່ນອນໃນບັນດາປະເທດມີການລົງທຶນຢູ່ລາວ ຫຼາຍທີ່ສຸດ. ມີຫຼາຍໂຄງການຢູ່ລາວ ຂອງວິສາຫະກິດ ຫວຽດນາມ ພວມມີການເຄື່ອນໄຫວດຳເນີນທຸລະກິດເປັນຢ່າງດີ, ປະກອບສ່ວນຕັ້ງໜ້າເຂົ້າໃນ ການພັດທະນາເສດຖະກິດ - ສັງຄົມ ລາວ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີໃຫ້ນັກລົງທຶນ, ວິສາຫະກິດ ຫວຽດນາມ ແລະ ລາວ ສຸມແຫຼ່ງກຳລັງ, ຍູ້ໄວການປະຕິບັດບັນດາໂຄງການລົງທຶນ, ພ້ອມທັງຍົກສູງຄວາມຮັບຜິດຊອບສັງຄົມຕໍ່ວົງຄະນະຍາດ, ສ້າງວຽກເຮັດງານທຳ ແລະ ລາຍຮັບທີ່ເປັນປົກກະຕິໃຫ້ປະຊາຊົນ, ປົກປັກຮັກສາສິ່ງແວດລ້ອມ ແລະ ປະຕິບັດນະໂຍບາຍຊ່ວຍເຫຼືອສັງຄົມ, ຮັບປະກັນຄວາມກົມກຽວຜົນປະໂຫຍດລະຫວ່າງລັດ, ປະຊາຊົນ ແລະ ວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ