ຫວຽດນາມ ແລະ ລາວ ເພີ່ມທະວີການພົບປະ ແລກປ່ຽນລະຫວ່າງຊາວໜຸ່ມເຍົາວະຊົນ

ຫວຽດນາມ ແລະ ລາວ ເພີ່ມທະວີການພົບປະ ແລກປ່ຽນລະຫວ່າງຊາວໜຸ່ມເຍົາວະຊົນ - ảnh 1

(ພາບ:dantri.com.vn)

(VOV)- ​​​ແຕ່​ວັນ​ທີວັນທີ 14-17/11, ຢູ່​ນະຄອນຫຼວງ​ວຽງ​ຈັນ, ​ໄດ້​ດຳ​ເນີນງານ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ຊາວ​ໜຸ່ມ​ເຍົາວະ​ຊົນ​ນະຄອນ​ຮ່າ​ໂນ້ຍ, ​ໂຮ່ຈິ​ມິນ ​ແລະ ວຽງຈັນ. ​ໃນ​ຊຸມ​ວັນ​ນີ້, ຊາວ​ໜຸ່ມ​ເຍົາວະ​ຊົນ​ສາມ​ນະຄອນ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ປູກ​ຕົ້ນ​ໄມ້​ອະນຸສ​ອນ, ສະ​ແດງ​ສິລະ​ປະວັດ​ທະນະ​ທຳ, ກິລາ ​ແລະ ​ໄປ​ທັດສະນະ​ສຶກສາຢູ່​ເຂດປູ​ສະ​ນີຍະສະ​ຖານ​ປະຫວັດສາດ, ວັດທະນະທຳ​ຂອງ​ນະຄອ​ນຫຼວງ​ວຽງ​ຈັນ… ຄຽງ​ຂ້າງ​ນັ້ນ, ​ຄະນະ​ຊາວ​ໜຸ່ມ​ນະ​ຄອນ​ຮ່າ​ໂນ້ຍ, ​ໂຮ່ຈິ​ມິນ ສືບ​ຕໍ່​ປຸກລະດົມ​ຂະ​ບວນການ “ລະດູ​ແລ້ງ​ອາສາ​ມະ​ໝັກ“ ​ເພື່ອ​ຊ່ວຍ​ຄະ​ນະ​ຊາວ​ໜຸ່ມ​ນະຄອນ​ວຽງ​ຈັນ ​ໃນ​ການ​ແລກປ່ຽນ​ບົດ​ຮຽນ​ວຽການ​ຊາວ​ໜຸ່ມ, ບຳລຸງ​ສ້າງ​ອຸດົມ​ການ​ປະຕິວັດ​ໃຫ້​ແກ່​ຊາວ​ໜຸ່ມ​ເຍົາວະ​ຊົນ; ​ແຂ່ງຂັນ​ຮ່ຳຮຽນ, ປະຕິບັດ​ວຽກ​ການ; ນຳ​ໃຊ້​ວິທະຍາສາດ​ເຂົ້າ​ໃນ​ພຶດຕິ​ກຳ​ຕົວ​ຈິງ; ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ທີ່​ແທດ​ຈິງ​ເພື່ອ​ປະກອບສ່ວນ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ.

   ​ເນື່ອງ​ໃນ​ໂອກາດ​ນີ້, ລັດ​ລາວ ​ໄດ້​ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 3 ​ໃຫ້​ແກ່ຄະນະ​ຊາວ​ໜຸ່ມ​ນະ​ຄອນ​ຮ່າ​ໂນ້ຍ, ​ນະຄອນໂຮ່ຈິ​ມິນ ຍ້ອນ​ມີ​ຜົນງານ​ຊ່ວຍ​ຄະນະ​ຊາວ​ໜຸ່ມ​ນະ​ຄອນວຽງ​ຈັນ ​​ໃນ​ໄລຍະ​ຜ່ານ​ມາ.

 

 

ຂ່າວ/ບົດ​ອື່ນ