ຫວຽດ​ນາມ ແລະ ລາວ​ຮ່ວມ​ມື​ກັນ​ປ້ອງ​ກັນ, ສະ​ກັດ​ກັ້​ນ​ໂລກ​ລະ​ບາ​ດ Covid – 19

(VOVWORLD) -ວັນທີ 7 ເມສາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ,  ຄະນະນັກຊ່ຽວຊານ ຂອງ ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ມີການເຮັດວຽກກັບ ກົມ ພະລາທິການ ກອງທັບປະຊາຊົນລາວ ກ່ຽວກັບບັນດາວຽກງານທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ກໍ່ຄືໂຄງການກະທຳ  ອອກເປັນວົງກ້ວາງໄປເຖິງບັນດາທະຫານເຂດຕ່າງໆ, ທ້ອງຖິ່ນ ຂອງລາວ ຖ້າຫາກວ່າ   ສະພາບການໂລກລະບາດ ມີການຜັນແປຢ່າງສັບສົນ ໃນໄລຍະຈະມາເຖິງ.

ທ່ານພົນຈັດຕະວາ ຫງວຽນຮຸ່ງທັ໊ງ,   ຫົວໜ້າເສນາທິການກົມໃຫຍ່ພະລາທິການ, ຫົວໜ້າຄະນະໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຈະເປັນເສນາທິການໃຫ້ແກ່ບັນດາອົງການທີ່ມີໜ້າທີ່ຂອງລາວໃນການສ້າງ, ວາງກຳນົດ ບັນດາແຜນການ  ທີ່ກ່ຽວຂ້ອງເຖິງການປ້ອງກັນ, ສະກັດກັ້ນໂລກລະບາດ; ແລກປ່ຽນ, ແບ່ງປັນ, ໃຫ້ຄຳປຶກສາແກ່ບັນດາສະຫາຍ   ກ່ຽວກັບຂົງເຂດການແພດປ້ອງກັນໃນ ຂົງເຂດການວິໄຈ, ບົ່ງມະຕິພະຍາດ, ປິ່ນປົວ ໃຫ້ແກ່ບັນດາຜູ້ຕິດເຊື້ອພະຍາດ Covid – 19. ພວກຂ້າພະເຈົ້າຈະພະຍາຍາມຈົນສຸດຄວາມສາມາດຂອງຕົນ ຢາກ ພ້ອມກັບບັນດາກຳລັງຂອງລາວ ເສີມຂະຫຍາຍກຳລັງແຮງສັງລວມ ເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19   ໃຫ້ມີປະສິດທິຜົນ ແລະ ປະກອບສ່ວນເຫື່ອແຮງເລັກໆນ້ອຍໆຂອງຕົນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ນ້ຳໃຈຄວາມສາມັກຄີແບບພິເສດ, ອາລົມຈິດອັນ ເລິກເຊິ່ງ ແລະ ການຮ່ວມມືຮອບດ້ານໃນທຸກໆໜ້າທີ່ ວຽກງານ.

ຕອບກັບ

ຂ່າວ/ບົດ​ອື່ນ