ຫວຽດນາມ ແລະ ສິງກະໂປ ບັນລຸໄດ້ບາດກ້າວສຳຄັນໃນການດຳເນີນທຸລະກິດໄຟຟ້າສະອາດ

(VOVWORLD) - ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຮູ່ງ ໄດ້ຕີລາຄາວ່າ ນີ້ແມ່ນຂີດໝາຍເປັນໜ້າສົນໃຈໃນການພົວພັນຮ່ວມມືດ້ານພະລັງງານລະຫວ່າງ ຫວຽດນາມແລະ ສິງກະໂປ.
ຫວຽດນາມ ແລະ ສິງກະໂປ ບັນລຸໄດ້ບາດກ້າວສຳຄັນໃນການດຳເນີນທຸລະກິດໄຟຟ້າສະອາດ - ảnh 1ທ່ານ Tan See Leng, ລັດຖະມົນຕີກະຊວງຊັບພະຍາກອນມະນຸດ, ທັງເປັນລັດຖະມົນຕີຜູ້ທີສອງຂອງກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ກ່າວຄຳເຫັນທີ່ເຫດການ

ວັນທີ 27 ຕຸລາ, ໃນຂອບເຂດສັບປະດາພະລັງງານສາກົນ ສິງກະໂປ 2023 (SIEW 2023) ຢູ່ສິງກະໂປ, ອົງການຄຸ້ມຄອງຕະຫຼາດພະລັງງານ (EMA) ຂອງປະເທດ ສິງກະໂປ ໄດ້ມອບໃບຢັ້ງຢືນມີເງື່ອນໄຂເພື່ອນຳເຂົ້າໄຟຟ້າ ສະອາດຈາກ ຫວຽດນາມ ສຳລັບ Sembcorp Utilities Ltd (SCU).

        ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຫງວຽນແມ້ງຮູ່ງ ໄດ້ຕີລາຄາວ່າ ນີ້ແມ່ນຂີດໝາຍເປັນໜ້າສົນໃຈໃນການພົວພັນຮ່ວມມືດ້ານພະລັງງານລະຫວ່າງ ຫວຽດນາມແລະ ສິງກະໂປ. ໂຄງການນີ້ຈະຫັນການເຊື່ອມຕໍ່ພະລັງງານລະຫວ່າງສອງປະເທດໃຫ້ປະກົດຜົນເປັນຈິງຢ່າງແຮງ. ໃນຂະນະນັ້ນ, ທ່ານ Tan See Leng, ລັດຖະມົນຕີກະຊວງຊັບພະຍາກອນມະນຸດ, ທັງເປັນລັດຖະມົນຕີຜູ້ທີສອງຂອງກະຊວງການຄ້າ ແລະ ອຸດສາຫະກຳ ສິງກະໂປ ເນັ້ນໜັກວ່າ: ສິງກະໂປ ແລະ ຫວຽດນາມ ມີ ການພົວພັນທີ່ແໜ້ນແຟ້ນ ແລະ ໄດ້ພ້ອມກັນແບ່ງປັນເປົ້າໝາຍລວມແມ່ນບັນລຸລະດັບປ່ອຍອາຍພິດລົງເປັນລະດັບ 0 ໃນປີ 2050. ໂຄງການນີ້ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງສອງປະເທດໃນການໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາຄວາມມານະພະຍາຍາມຫັນເປັນພະລັງງານສະອາດ ແລະ ກຳຈັດ ກາກບອນໃນພາກພື້ນ, ລວມທັງການດຳເນີນທຸລະກິດໄຟຟ້າຂ້າມຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ