ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການຮ່ວມມືຄວາມໝັ້ນຄົງທາງເຄືອຂ່າຍອີນເຕີແນັດ

(VOVWORLD) -ທ່ານລັດຖະມົນຕີ ໂຕເລີມ ສະເໜີໃຫ້ 2 ຝ່າຍຈົ່ງສືບຕໍ່ຮັກສາ, ເປີດກວ້າງການເຄື່ອນໄຫວຮ່ວມມືສາກົນທາງເຄືອຂ່າຍອີນເຕີແນັດ ລະຫວ່າງ 2 ອົງການທີ່ມີໜ້າທີ່ຂອງ 2 ປະເທດ
ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການຮ່ວມມືຄວາມໝັ້ນຄົງທາງເຄືອຂ່າຍອີນເຕີແນັດ - ảnh 1(ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ)

ຕອນເຊົ້າວັນທີ 11 ຕຸລາ, ທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມແບບທາງໄກ ກັບທ່ານນາງ Josephine Teo, ລັດຖະມົນຕີກະຊວງສື່ສານ ແລະ ຖະແຫຼງຂ່າວ ທັງເປັນລັດຖະມົນຕີຮັບຜິດຊອບຄວາມໝັ້ນຄົງທາງເຄື່ອຂ່າຍອີນເຕີແນັດ ສິງກະໂປ.

        ທີ່ກອງປະຊຸມ, ທ່ານລັດຖະມົນຕີ ໂຕເລີມ ສະເໜີໃຫ້ 2 ຝ່າຍຈົ່ງສືບຕໍ່ຮັກສາ, ເປີດກວ້າງການເຄື່ອນໄຫວຮ່ວມມືສາກົນທາງເຄືອຂ່າຍອີນເຕີແນັດ ລະຫວ່າງ 2 ອົງການທີ່ມີໜ້າທີ່ຂອງ 2 ປະເທດ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການຕົວຈິງດ້ວຍຮູບການທີ່ມີໄຫວພິບ, ເໝາະສົມກັບສະພາບໂລກລະບາດໂຄວິດ-19. 2 ຝ່າຍສືບຕໍ່ຊຸກຍູ້ຄວາມເປັນເອກະພາບກ່ຽວກັບຄວາມຮັບຮູ້ ແລະ ການກະທຳຂອງບັນດາປະເທດອາຊຽນ ຕໍ່ບັນຫາຄວາມໝັ້ນຄົງທາງເຄືອຂ່າຍອີນເຕີແນັດ.

        ສ່ວນທ່ານນາງ Josephine Teo ເນັ້ນໜັກເຖິງການພົວພັນຮ່ວມມືອັນດີງາມໃນໄລຍະຜ່ານມາລະຫວ່າງບັນດາອົງການປະຕິບັດກົດໝາຍ ສິງກະໂປ ແລະ ກະຊວງຕຳຫຼວດ ຫວຽດນາມ, ພ້ອມກັນນັ້ນຢືນຢັນວ່າ ສິງກະໂປ ຈະສົ່ງເສີມ, ແລກປ່ຽນກັບບັນດາປະເທດໃຫຍ່, ມີທ່າແຮງດ້ານເຕັກໂນໂລຊີຄື: ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ ເພື່ອໃຫ້ບັນດາປະເທດນັ້ນສະໜັບສະໜູນ, ອຸປະຖຳໃຫ້ບັນດາອົງການທີ່ມີໜ້າທີ່ກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອີນເຕີແນັດໃນ ອາຊຽນ ໄດ້ສຳຜັດ ແລະ ນຳໃຊ້ເຂົ້າໃນວຽກງານຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພທາງເຄືອຂ່າຍອີນເຕີແນັດ ແນໃສ່ມຸ່ງໄປເຖິງ “ສ້າງເຄືອຂ່າຍອີນເຕີແນັດເຂັ້ມແຂງດ້ວຍຕົນເອງໃນ ອາຊຽນ”.

ຕອບກັບ

ຂ່າວ/ບົດ​ອື່ນ