ຫວຽດ​ນາມ ແລະ ສິງ​ກະ​ໂປ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -  ວັນທີ 13 ກັນຍາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ໄດ້ເຈລະຈາແບບທາງໄກກັບທ່ານເລຂາຜູ້ປະຈຳການຄະນະພັກ ກະຊວງການຕ່າງປະເທດ ສິງກະໂປ  Chee Wee Kiong ເພື່ອແລກປ່ຽນບົດຮຽນກ່ຽວກັບບັນດາມາດຕະການຮັບມືກັບໂລກລະບາດໂຄວິດ - 19 ແລະ ຟື້ນຟູເສດຖະກິດ.
ຫວຽດ​ນາມ ແລະ ສິງ​ກະ​ໂປ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ການເຈລະຈາ ລະຫວ່າງທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ກັບ ທ່ານເລຂາຜູ້ປະຈຳການຄະນະພັກ ກະຊວງການຕ່າງປະເທດ ສິງກະໂປ  Chee Wee Kiong (ພາບ: ກະຊວງການຕ່າງປະເທດ) 

ທີ່ການເຈລະຈາ, ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ສະແດງຄວາມຂອບອົກຂອບໃຈອີກຄັ້ງໜຶ່ງຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອຂອງ ສິງກະໂປ ທີ່ມີຕໍ່ ຫວຽດນາມ, ພິເສດ ແມ່ນໄດ້ໃຫ້ການໜູນຊ່ວຍບັນດາວັດຖຸ, ອຸປະກອນການແພດທີ່ຈຳເປັນ ເພື່ອຕ້ານໂລກລະບາດ. ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ປາດຖະໜາວ່າ ສິງກະໂປ ຈະສືບຕໍ່ໃຫ້ການໜູນຊ່ວຍ ຫຼື ສະໜອງວັກຊິນໃຫ້ແກ່ ຫວຽດນາມ ໄວທີ່ສຸດເທົ່າທີ່ໄວໄດ້.

        ສ່ວນທ່ານ ເລຂາຜູ້ປະຈຳການຄະນະພັກ ກະຊວງການຕ່າງປະເທດ ສິງກະໂປ  Chee Wee Kiong ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນທີ່ໄວ້ເນື້ອເຊື່ອໃຈ ແລະ ສະໜິດຕິດພັນລະຫວ່າງກະຊວງການຕ່າງປະເທດສອງປະເທດ ແນໃສ່ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສິງກະໂປ - ຫວຽດນາມ ໃນບັນດາຂົງເຂດ, ໃນນັ້ນ ມີການຮັບມືກັບໂລກລະບາດ, ຊຸກຍູ້ການເປີດປະຕູເສດຖະກິດ ແລະ ສະກັດກັ້ນການຕັດຕອນຂອງລະບົບສະໜອງ. ທ່ານກໍເຊື້ອໝັ້ນວ່າ ຫວຽດນາມ ຈະຄວບຄຸມໂລກລະບາດໄດ້ໂດຍໄວ ເພື່ອໃຫ້ສອງຝ່າຍສາມາດເປີດປະຕູ, ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງສອງປະເທດໄປມາຫາສູ່ກັນ.

        ສອງຝ່າຍກໍໄດ້ແລກປ່ຽນກ່ຽວກັບຫຼາຍບົດຮຽນປະສົບການ ແນໃສ່ຄວບຄຸມໂລກລະບາດໄດ້ໂດຍໄວ ມຸ່ງໄປເຖິງການຟື້ນຟູເສດຖະກິດ ແລະ ນຳປະເທດກ້າວເຂົ້າສູ່ສະພາບປົກກະຕິໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ