ຫວຽດນາມ ແລະ ສູນສາກົນ Geneve ເພີ່ມທະວີການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ

ຫວຽດນາມ ແລະ ສູນສາກົນ Geneve ເພີ່ມທະວີການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນທຽນ​ເຢີ​ນ ຕ້ອນຮັບ
​ທ່ານ​ເອກ​ອັກຄະ​ລັດຖະທູດ Stephen Husy
(ພາບ: TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 26/03, ທີ່​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ Stephen Husy, ຜູ້ອຳນວຍການ​ໃຫຍ່​ສູນ​ສາກົນ Geneve ກ່ຽວ​ກັບ​ການ​​ເກ​ັບກູ້​​ລະ​ເບີດ​ທີ່​ຍັງ​ບໍ່​ທັນ​ແຕກມະນຸດ​ສະທຳ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນທຽນ​ເຢີ​ນ ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຂອງ​ສູນ​ໃນ​ການ​ປະຕິບັດ​ໂຄງການ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​​ລະ​ເບີດ​ທີ່ຍັງບໍ່​ທັນ​ແຕກ​ພາຍຫຼັງ​ສົງຄາມ​ຂອງ​ຫວຽດນາມ ​ແລະ ສະໜອງ​ຊອບ​ແວ​ຄຸ້ມ​ຄອງ​ພື້ນຖານ​ຂໍ້​ມູນ​ລະ​ເບີດ​ທີ່ຍັງ​ບໍ່​ທັນ​ແຕກໃຫ້​ແກ່ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ໄດ້​ສະ​ເໜີ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ໃນ​ຂົງ​ເຂດ​ແກ້​ໄຂ​​ລະ​ເບີດທີ່​ຍັງ​ບໍ່​ທັນ​ແຕກ, ວັດ​ຖຸລະ​ເບີດ​ພາຍຫຼັງ​ສົງຄາມ, ​ໃນ​ວິວັດ​ການ​ສ້າງ​ຍຸດ​ທະ​ສາດ, ລະດົມ ​ແລະ ຄຸ້ມ​ຄອງ​ແຫຼ່ງກຳລັງ. ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສົມທົບ​ກັບ​ສູນສາກົນ Geneve ຢ່າງ​ແໜ້ນ​ແຟ້ນ ກ່ຽວ​ກັບ​ການ​​ເກັບ​ກູ້​ລູກ​ລະ​ເບີດທີ່​ຍັງບໍ່​ທັນ​ແຕກ​​ໂດຍມະນຸດ​ສະທຳໃນ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ .

        ສ່ວນ​ທ່ານ Stephen Husy ຢືນຢັນ​ວ່າ ຈະ​ສືບ​ຕໍ່​ສົມທົບກັບ​ບັນດາ​ອົງການ​ທ່ີ​ກ່ຽວຂ້ອງ​ຂອງ​ຫວຽດນາມ ​ເພື່ອ​ປະຕິບັດ​ບັນ​​ດາ​ໂຄງການ​ທີ່​ໄດ້​ລົງ​ນາມປະກອບສ່ວນ​ແກ້​ໄຂ​ບັນ​ຫາ​ລະ​ເບີດທີ່ຍັງ​ບໍ່​ທັນ​ແຕກ​ເພື່ອ​ຈຸດປະສົງ​ມະນຸດ​ສະທຳ ​ເພື່ອ​ໃຫ້​ປະຊາຊົນ​ມີ​ຊີວິດ​ຢ່າງ​ປອດ​ໄພ ​ແລະ ສະຫງົບ​ສຸກ​ກວ່າ ພາຍຫຼັງ​ທີ່​ສົງຄາມ​ສິ້ນ​ສຸດ​ລົງ​ເກືອບ 40 ປີ​ແລ້ວ.

ຂ່າວ/ບົດ​ອື່ນ