ຫວຽດ​ນາມ ແລະ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ດ້ານ​ການ​ເມືອງ​ຜັນປ່ຽນຢູ່ ກີ​ເນ - ບິດ​ຊາວ

(VOVWORLD) - ວັນທີ 10 ສິງຫາສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບສະພາບການກີເນ - ບິດຊາວ ແລະ ການປະຕິບັດໜ້າທີ່ຂອງ ສປຊຢູ່ກີເນ - ບິດຊາວ (UNIOGBIS) ໃນ 6 ເດືອນທີ່ຜ່ານມາ. 
ຫວຽດ​ນາມ ແລະ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ດ້ານ​ການ​ເມືອງ​ຜັນປ່ຽນຢູ່ ກີ​ເນ - ບິດ​ຊາວ - ảnh 1ທ່ານ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຮ່ວມມືກັນ, ຫຼຸດຜ່ອນຄວາມແຕກຕ່າງກັນ, ມານະພະຍາຍາມປະຕິບັດການໄກ່ເກ່ຍບັນຫາລະຫວ່າງຊາດ, ສືບຕໍ່ປະຕິບັດບັນດາການປະຕິຮູບທີ່ສຳຄັນ ໃນສົນທິສັນຍາ Conarky, ສົນທິສັນຍາສ້າງສະຖຽນລະພາບ ແລະ ວິວັດຂະບວນການປະຕິບັດ 6 ຈຸດຂອງປະຊາຄົມເສດຖະກິດ ອາຟຼິກກາຕາເວັນຕົກ. ທ່ານກໍ່ເນັ້ນໜັກເຖິງໜ້າທີ່ປົກປ້ອງສາມັນຊົນ ແລະ ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ, ຊາວໜຸ່ມ ໃນການວາງແຜນກຳນົດນະໂຍບາຍ ແລະ ພັດທະນາປະເທດຊາດ. ທ່ານເອກອັກຄະລັດຖະທູດດັ້ງດິ່ງກຸ໊ຍໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນໜູນຊ່ວຍບັນດາຄວາມມານະພະຍາຍາມຂອງ ກີເນ - ບິດຊາວໃນບັ້ນຕໍ່ສູ້ຕ້ານໂລກລະບາດ Covid – 19, ຢ້ຳຄືນເຖິງການສະໜັບສະໜູນຂອງຫວຽດນາມໃນການປະຕິບັດມະຕິເລກທີ 2512 (2020) ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງຢູ່ເຂດກີເນ - ບິດຊາວ.

ຕອບກັບ

ຂ່າວ/ບົດ​ອື່ນ