ຫວຽດນາມ ແລະ ສະຫະພັນລັດເຊຍສູ້ຊົນນຳການພົວພັນຮ່ວມມືຂຶ້ນສູ່ລະດັບສູງໃໝ່.

ຫວຽດນາມ ແລະ ສະຫະພັນລັດເຊຍສູ້ຊົນນຳການພົວພັນຮ່ວມມືຂຶ້ນສູ່ລະດັບສູງໃໝ່. - ảnh 1
​ທ່ານ​ປະ​ທານ ດູ​ມາ​ແຫ່ງ​ຊາດລັດ​ເຊຍ Sergry Yevgenyevich Naryshkin
ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ

(vovworld)- ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຈາກ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ດູ​ມາ​ແຫ່ງ​ຊາດ​, ສະ​ພາ​ແຫ່ງ​ຊາດລັດ​ເຊຍໂດຍ​ທ່ານ​ປະ​ທານ ດູ​ມາ​ແຫ່ງ​ຊາດລັດ​ເຊຍ Sergry Yevgenyevich Naryshkin ນຳ​ໜ້າ ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ. ທີ່​ການ​ເຈ​ລະ​ຈາ​ເມື່ອ​ຕອນ​ບ່າຍ​ວັນ​ທີ 2/12, ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ຊິງ​ຮຸ່ງ ໄດ້​ຢືນ​ຢັນ​ວ່າ ລັດ​ເຊຍ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ທີ່​ສຸດ ແລະ ແມ່ນ​ຜູ້​ສົ່ງ​ອອກ​ອາ​ວຸດ​ອັນ​ດັບ​ໜຶ່ງ​ຂອງ​ຫວຽດ​ນາມ. ຫວຽດ​ນາມ​ຫວັງ​ຢາກ​ພ້ອມ​ກັບ​ລັດ​ເຊຍ​ນຳ​ການ​ພົວ​ພັນ​ຮ່ວມ​ມື​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່. ສ່ວນທ່ານ​ປະ​ທານ ດູ​ມາ​ແຫ່ງ​ຊາດລັດ​ເຊຍ Sergry Yevgenyevich Naryshkin ປາ​ຖະ​ໜາ​ວ່າ ດ້ວຍ​ເລື່ອງ 2 ຝ່າຍ​ບັນ​ລຸ​ໝາກ​ຜົນ​ສູງ​ໂດຍ​ໄວ​ໃນ​ການ​ເຈ​ລະ​ຈາ 3 ຮອບ FTA ລະ​ຫວ່າງ​ຫວຽດ​ນາມ​ກັບ​ພັນ​ທະ​ພາບ​ພາ​ສີ​ໃນ​ຕົ້ນ​ປີ 2015 ແມ່ນ​ຈະ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ການ​ຄ້າ​ ແລະ ການ​ລົງ​ທຶນ. ທ່ານ​ປະ​ທານ ດູ​ມາ​ແຫ່ງ​ຊາດລັດ​ເຊຍ Sergry Yevgenyevich Naryshkin ຍັງ​ຢືນ​ຢັນ​ວ່າ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ຈະ​ໃຫ້​ບຸ​ລິ​ມາ​ສິດ​ຮ່ວມ​ມື​ກັບ​ຫວຽດ​ນາມ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ນາ​ໂນ, ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ….ຍູ້​ແຮງ​ການ​ຮ່ວມ​ມື​ກັບ​ຫວຽດ​ນາມ​ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ທີ່​ໄດ້​ຕົກ​ລົງ​​ກັນ. 2 ຝ່າຍ​ໄດ້​ຕົກ​ລົງ​ກັນ​ຊຸກ​ຍູ້ ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ 2 ອົງ​ການ​ນິ​ຕິ​ບັນ​ຍັດ​ຂອງ 2 ປະ​ເທດ​ໃຫ້​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

 ແລະ ກໍ​ໃນ​ຂອບ​ເຂດການ ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ, ທ່ານ​ປະ​ທານ ດູ​ມາ​ແຫ່ງ​ຊາດລັດ​ເຊຍ Sergry Yevgenyevich Naryshkin ໄດ້​ມີ​ການ​ພົບ​ປະ​ແລກ​ປ່ຽນ​ກັບ​ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ​ຢ່າງ​ສະ​ໜິດ​ສະ​ໜົມ.
ຂ່າວ/ບົດ​ອື່ນ