ຫວຽດ​ນາມ ແລະ ​ສະ​ຫະ​ລັດອາ​ເມ​ລິ​ກາ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍຢ່າງ ​ໃນ​ການ​ຮ່ວມ​ມື​ຂົງ​ເຂດ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ

(VOVWORLD) - ໃນການເຮັດວຽກ, ບັນດາວິສາຫະກິດຜະລິດເຄິ່ງຊັກນຳໄຟຟ້າ ສະຫະລັດອາເມລິກາ ຕີລາຄາສູງທ່າແຮງການພັດທະນາຂະແໜ່ງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ຢູ່ ຫວຽດນາມ.
ຫວຽດ​ນາມ ແລະ ​ສະ​ຫະ​ລັດອາ​ເມ​ລິ​ກາ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍຢ່າງ ​ໃນ​ການ​ຮ່ວມ​ມື​ຂົງ​ເຂດ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮັບປະທານອາຫານທ່ຽງພ້ອມກັບ CEO ຂອງບັນດາວິສາຫະກິດ ຂອງ ອາເມລິກາ ໃນຂົງເຂດທາດເຄິ່ງຊັກນຳໄຟຟ້າ (ພາບ: VGP)

ຕອນບ່າຍວັນທີ 19 ກັນຍາ (ເວລາທ້ອງຖິ່ນ), ທີ່ນະຄອນຫຼວງ ວໍຊິງຕັນ, ສະຫະລັດອາເມລິກາ, ທ່ານ ຟາມມິງຈິ້ງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຮັບປະທານອາຫານທ່ຽງພ້ອມຮ່ວມເຮັດວຽກ ກັບຜູ້ອຳນວຍການຂອງບັນດາວິສາຫະກິດ, ກຸ່ມບໍລິສັດແຖວໜ້າຂອງ ສະຫະລັດອາເມລິກາ ໃນຂົງເຂດທຸລະກິດເຄິ່ງຊັກນຳໄຟຟ້າ. ທ່ານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ຫວຽດນາມ Marc Knapper ແລະ ທ່ານ John Neuffer, ປະທານ, ຜູ້ອຳນວຍການໃຫ່ຍສະຫະສະມາຄົມອຸດສາຫະກຳເຄິ່ງຊັກນຳໄຟຟ້າ ສະຫະລັດອາເມລິກາ (SIA) ກໍ່ໄດ້ເຂົ້າຮ່ວມນຳ.

       ໃນການເຮັດວຽກ, ບັນດາວິສາຫະກິດຜະລິດເຄິ່ງຊັກນຳໄຟຟ້າ ສະຫະລັດອາເມລິກາ ຕີລາຄາສູງທ່າແຮງການພັດທະນາຂະແໜ່ງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ຢູ່ ຫວຽດນາມ. ບັນດາຜູ້ແທນ ໄດ້ຍົກອອກບັນດາວິທີການຮ່ວມມື ລະຫວ່າງ ຫວຽດນາມ ແລະ ສະຫະລັດອາເມລິກາ ແນໃສ່ພັດທະນາລະບົບນິເວດຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າຢູ່ ຫວຽດນາມ ໃຫ້ສຳເລັດຜົນ. ໃນໄລຍະຍາວນານ, ບັນດາວິສາຫະກິດ, ກຸ່ມບໍລິສັດ ສະຫະລັດອາເມລິກາ ອາດຈະຄົ້ນຄ້ວາສຶກສາຄວາມເປັນໄປໄດ້ໃນການສ້າງໂຮງງານຜະລິດ CPU ທີ່ ຫວຽດນາມ.

       ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟາມມິງຈິ້ງ ໄດ້ສະເໜີໃຫ້ວິສາຫະກິດສອງປະເທດປະສານສົມທົບ, ສຸມທຸກແຫຼ່ງຊັບພະຍາກອນມະນຸດ, ມັນສະໝອງ, ໃຫ້ບູລິມະສິດໃນບາງຂົງເຂດທີ່ແມ່ນຂົງເຂດຈຸດສຸມຂອງ ຫວຽດນາມ, ໃນນັ້ນມີອຸດສາຫະກຳເຄິ່ງຊັກນຳໄຟຟ້າ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ: ລັດຖະບານ ແລະ ບັນດາໜ່ວຍງານຈະສ້າງສະພາບແວດລ້ອມການຄ້າທີ່ຍຸດຕິທຳ, ປອດໃສ, ສ້າງເງື່ອນໄຂດີທີ່ສຸດ ໃຫ້ແກ່ບັນດາວິສາຫະກິດຕ່າງປະເທດທີ່ມາລົງທຶນຢູ່ ຫວຽດນາມ ນັບມື້ນັບເຄື່ອນໄຫວສະດວກສະບາຍ, ໝັ້ນຄົງ, ມີປະສິດທິຜົນ, ໃນນັ້ນມີບັນດາວິສາຫະກິດເຄິ່ງຊັກນຳໄຟຟ້າ ສະຫະລັດອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ