ຫວຽດນາມ ແລະ ອີຢິບ ແລກປ່ຽນບົດຮຽນໃນຂົງເຂດການເງິນສີຂຽວ ແລະ ການເຕີບໂຕສີຂຽວ

(VOVWORLD) -ລັດຖະບານ ຫວຽດນາມ ແລະ ລັດຖະບານ ອີຢິບ ໄດ້ເອົາໃຈໃສ່ທີ່ສຸດເຖິງການຊຸກຍູ້ການເຕີບໂຕສີຂຽວ, ຖືນີ້ແມ່ນເສັ້ນທາງພັດທະນາແບບຍືນຍົງ
ຫວຽດນາມ ແລະ ອີຢິບ ແລກປ່ຽນບົດຮຽນໃນຂົງເຂດການເງິນສີຂຽວ ແລະ ການເຕີບໂຕສີຂຽວ - ảnh 1ຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
(ພາບ: ຕວນຫງວຽນ)

        ໃນຂອບເຂດບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ - ອີຢິບ (1963 – 2023), ວັນທີ 31 ຕຸລາ, ຢູ່ນະຄອນຫຼວງ ກາຍໂຣ, ສະຖານທູດ ຫວຽດນາມ ປະຈຳ ອີຢິບ ໄດ້ຈັດກອງປະຊຸມສຳມະນາ “ການເຕີບໂຕສີຂຽວ ແລະ ການທູດດິນຟ້າອາກາດ ໃນສະພາບການຟື້ນຟູເສດຖະກິດ: ແລກປ່ຽນບົດຮຽນໃນການດຶງດູດການເງິນສີຂຽວລະຫວ່າງ ອີຢິບ ແລະ ຫວຽດນາມ”.

        ທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ຫງວຽນຮຸຍຢຸງ ໃຫ້ຮູ້ວ່າ, ລັດຖະບານ ຫວຽດນາມ ແລະ ລັດຖະບານ ອີຢິບ ໄດ້ເອົາໃຈໃສ່ທີ່ສຸດເຖິງການຊຸກຍູ້ການເຕີບໂຕສີຂຽວ, ຖືນີ້ແມ່ນເສັ້ນທາງພັດທະນາແບບຍືນຍົງ, ໃນສະພາບເສດຖະກິດທົ່ວໂລກພວມຄ່ອຍໆຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19 ແລະ ບັນດາການຜັນແປໂດຍກະທັນຫັນໃນການພົວພັນສາກົນ ອາດຈະສົ່ງຜົນກະທົບເຖິງໂລກ. ທ່ານຖືວ່າ, ເພື່ອປະຕິບັດສຳເລັດບັນດາຄຳໝັ້ນສັນຍາທີ່ໄດ້ວາງອອກນັ້ນ, ສິ່ງສຳຄັນທີ່ສຸດແມ່ນ 2 ປະເທດຕ້ອງນຳໃຊ້ການທູດດິນຟ້າອາກາດເພື່ອດຶງດູດບັນດາແຫຼ່ງການເງິນສີຂຽວ.

        ທີ່ກອງປະຊຸມສຳມະນາ, ບັນດານັກປະຖະກະຖາໄດ້ຍົກໃຫ້ເຫັນແງ່ມູມທິດສະດີ ແລະ ພຶດຕິກຳຕົວຈິງຂອງການທູດດິນຟ້າອາກາດ, ເນັ້ນໜັກເຖິງການຮ່ວມມືໃນການພັດທະນາບັນດາເຕັກໂນໂລຊີພາຍໃນປະເທດ ເພື່ອຊຸກຍູ້ການເຕີບໂຕສີຂຽວ ແລະ ຄວາມເປັນເຈົ້າຂອງເຕັກໂນໂລຊີ.

ຕອບກັບ

ຂ່າວ/ບົດ​ອື່ນ