ຫວຽດນາມ ແລະ ອານເຊຣີ ເພີ່ມທະວີການຮ່ວມມືການຄ້າ

(VOVWORLD) -  ຢູ່ ສຳນັກງານກະຊວງການຄ້າ ອານເຊຣີ, ໃນວັນທີ 14 ພະຈິກ, ທ່ານ Mohamed Benmeradi, ລັດຖະມົນຕີກະຊວງການຄ້າ ອານເຊຣີ ມີການຕ້ອນຮັບ ແລະ ເຮັດວຽກກັບ ທ່ານ ຟ້າມກວກຈູ້ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອານເຊຣີ ແລະ ທ່ານ ຮ່ວາງດື໋ກຍ້ວນ ທູດການຄ້າ ຫວຽດນາມ.
ຫວຽດນາມ ແລະ ອານເຊຣີ ເພີ່ມທະວີການຮ່ວມມືການຄ້າ - ảnh 1 ທີ່ການຕ້ອນຮັບ (ພາບອິນເຕີແນັດ)

ທີ່ການຕ້ອນຮັບ, ສອງຝ່າຍແລກປ່ຽນກ່ຽວກັບສະພາບການຮ່ວມມືດ້ານການຄ້າສອງຝ່າຍໃນໄລຍະຜ່ານມາ, ກໍ່ຄືສະເໜີທິດທາງແກ້ໄຂບັນດາສິງຄົງຄ້າງໃນການແລກປ່ຽນດ້ານການຄ້າໃນປະຈຸບັນ ແລະ ໃນອະນາຄົດ. ສອງຝ່າຍເຫັນດີເປັນເອກະພາບຈະສືບຕໍ່ປັບປຸງກອບກົດໝາຍຄືເຈລະຈາ ແລະ ເຊັນສັນຍາການຄ້າສອງຝ່າຍຄືນໃໝ່ (ຊື່ງໄດ້ລົງນາມແຕ່ປີ 1994) ໃຫ້ເໝາະສົມກັບສະຖານະການໃໝ່, ສ້າງຂອບກົດໝາຍສະດວກໃຫ້ການເຄື່ອນໄຫວຂອງວິສາຫະກິດ; ເພີ່ມທະວີບັນດາການເຄື່ອນໄຫວຊຸກຍູ້ດ້ານການຄ້າ, ສ້າງເງື່ອນໄຂຊ່ວຍໃຫ້ວິສາຫະກິດເຂົ້າຮ່ວມບັນດາເຫດການການຄ້າຢູ່ແຕ່ລະປະເທດ; ສ້າງກົນໄກສົມທົບກັນເພື່ອໜູນຊ່ວຍວິສາຫະກິດແກ້ໄຂບັນດາຂັດແຍ້ງການຄ້າ…

ຕອບກັບ

ຂ່າວ/ບົດ​ອື່ນ