ຫວຽດ​ນາມ ແລະ ອາບ​ຟ​ຼິກ​ກາ ຫັນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ເປັນຫຼາຍ​ຮູບຫຼາຍ​ແບບ

(VOVWORLD) -ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ການຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາປະເທດ ອາບຟຼິກກາ ກ່ວາອີກ .
ຫວຽດ​ນາມ ແລະ ອາບ​ຟ​ຼິກ​ກາ ຫັນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ເປັນຫຼາຍ​ຮູບຫຼາຍ​ແບບ - ảnh 1ການປະຊຸມທາງໄກ ລະຫວ່າງ ທ່ານຮອງລັດຖະມົນຕີການຕ່າງປະເທດ ຟ້າມກວາງຫ້ຽວ ແລະ ບັນດາທ່ານເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາບຟຼິກກາ (ພາບ: baoquocte.vn)

ໃນລະຫວ່າງວັນທີ 24 – 25 ສິງຫາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຟ້າມກວາງຫ້ຽວ ໄດ້ເຂົ້າຮ່ວມການປະຊຸມທາງໄກ ກັບບັນດາທ່ານເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດອາບຟຼິກກາ, ເພື່ອແນໃສ່ແຈ້ງໃຫ້ຊາບ ບັນດາຈຸດໃຫຍ່ກ່ຽວກັບແນວທາງການພົວພັນຕ່າງປະເທດ ແລະ ພັດທະນາເສດຖະກິດຂອງ ຫວຽດນາມ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ບັນດາການກຳນົດທິດຫຼັກຂອງ ຫວຽດນາມ ໃນການຮ່ວມມືກັບບັນດາປະເທດ ອາບຟຼິກກາ ແລະ ບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ການຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາປະເທດ ອາບຟຼິກກາ ກ່ວາອີກ .

ເພື່ອແນໃສ່ຍົກສູງກ່ວາອີກປະສິດທິຜົນໃນການຮ່ວມມື, ທ່ານຮອງລັດຖະມົນຕີ ຟ້າມກວາງຫ້ຽວ ແລະ ບັນດາທ່ານເອກອັກຄະລັດທູດ, ອຸປະທູດ ໄດ້ເຫັນດີເປັນເອກະພາບ ຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນເມື່ອສະພາບການໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ. ໃນສະເພາະໜ້າແມ່ນ ຍູ້ແຮງບັນດາການເຄື່ອນໄຫວພົວພັນແລກປ່ຽນທາງໄກ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດບຸລິມະສິດຄື: ການຄ້າ, ການລົງທຶນ, ໂທລະຄົມມະນາຄົມ, ພະລັກງງານ, ກະສິກຳ, ການແພດ, ການສຶກສາ; ຍູ້ແຮງການຮ່ວມມືໃນກອບໃຕ້ - ໃຕ້, ເປັນຕົ້ນແມ່ນໃນຂົງເຂດກະສິກຳ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19...

ຕອບກັບ

ຂ່າວ/ບົດ​ອື່ນ