ຫວຽດນາມ ​ແລະ ອາ​ເມ​ລິ​ກາ ປະກາດ​ສັນຍາ​ລັກ​ໃນ​ການສະ​ເຫຼີມສະຫຼອງ 25 ປີ ​ແຫ່​ງວັນສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ

(VOVWORLD) - ຕອນບ່າຍວັນທີ 18 ທັນວາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການເຈລະຈາ ແລະ ເຂົ້າຮ່ວມພິທີປະກາດສັນຍາລັກໃນການສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ພ້ອມກັບ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ດາວິດ ສະຕີແວນ ເຊິ່ງພວມຢ້ຽມຢາມ ຫວຽດນາມ. 
ຫວຽດນາມ ​ແລະ ອາ​ເມ​ລິ​ກາ ປະກາດ​ສັນຍາ​ລັກ​ໃນ​ການສະ​ເຫຼີມສະຫຼອງ 25 ປີ ​ແຫ່​ງວັນສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ - ảnh 1ພິທີປະກາດສັນຍາລັກໃນການສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ (ພາບ: baoquocte.vn)

       ທີ່ການເຈລະຈາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ສະເໜີໃຫ້ສອງປະເທດເພີ່ມທະວີການຮ່ວມມືໃນປີສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ; ຊຸກຍູ້ການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

        ສ່ວນທ່ານ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ດາວິດ ສະຕີແວນ ໄດ້ຢືນຢັນຄືນວ່າ ອາເມລິກາ ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ; ໝັ້ນໝາຍສະໜັບສະໜູນກ່່ຽວກັບປະເທດຫວຽດນາມ ເຂັ້ມແຂງ, ເອກະລາດ, ວັດທະນາຖາວອນ ແລະ ມີຄວາມຫວັງ ຢາກຊຸກຍູ້ການພົວພັນ ລະຫວ່າງສອງປະເທດ ໃຫ້ພັດທະນາຢ່າງມີປະສິດທິຜົນ ໃນໄລຍະທີ່ຈະມາເຖິງ.

        ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, ທ່ານ ດາວິດ ສະຕີແວນ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຢືນຢັນ ແຜນນະໂຍບາຍຂອງ ອາເມລິກາທີ່ວ່າ ຕ້ອງຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ສິດເສລີ ແລະ ຄວາມປອດໄພໃນການເດີນເຮືອ ແລະ ການບິນ ໃນທະເລຕາເວັນອອກ, ຕ້ອງແກ້ໄຂການຂັດແຍ້ງກັນ ໂດຍສັນຕິວິທີ ໂດຍຜ່ານກົດໝາຍສາກົນ. 

ຕອບກັບ

ຂ່າວ/ບົດ​ອື່ນ