ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມືເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ຫວຽດນາມ ໄດ້, ພວມ ແລະ ຈະສະໜັບສະໜູນບັນດາຄຳໝັ້ນສັນຍາສາກົນ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນກັບບັນດາປະເທດ ເພື່ອແກ້ໄຂສິ່ງທ້າທາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ
ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມືເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ
(ພາບ: VGP)

ວັນທີ 30 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ມີການໂອ້ລົມແລກປ່ຽນທາງອອນລາຍກັບທູດພິເສດຂອງປະທານາທິບໍດີອາເມລິກາ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ທ່ານ John Kerry. 2 ຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມື ເພື່ອແນໃສ່ເຮັດໃຫ້ການພົວພັນ 2 ຝ່າຍໃຫ້ເລິກເຊິ່ງກວ່າອີກ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຈ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ຊົມເຊີນເລື່ອງ ອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Joe Biden ໄດ້ເພີ່ມທະວີຄຳໝັ້ນສັນຍາ ແລະ ຊຸກຍູ້ບັນດາຄວາມມານະພະຍາຍາມທົ່ວໂລກ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນມີເລື່ອງ ອາເມລິກາ ເຂົ້າຮ່ວມສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຄືນໃໝ່, ດ້ວຍແຜນນະໂຍບາຍຢ່າງແຂງແຮງ ແລະ ຄວາມຕັດສິນໃຈດ້ານການເມືອງຢ່າງສູງ. ຫວຽດນາມ ໄດ້, ພວມ ແລະ ຈະສະໜັບສະໜູນບັນດາຄຳໝັ້ນສັນຍາສາກົນ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນກັບບັນດາປະເທດ ເພື່ອແກ້ໄຂສິ່ງທ້າທາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ໃນນັ້ນມີການເພີ່ມທະວີການຮ່ວມມືກັບອາເມລິກາ. ສ່ວນທ່ານ ທູດພິເສດ John Kerry ຢືນຢັນວ່າ, ສືບຕໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ, ອາເມລິກາ ຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ໜູນຊ່ວຍບັນດາປະເທດພວມພັດທະນາ, ໃນນັ້ນມີຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ