ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ

 
ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ - ảnh 1
ທ່ານ Kurt Campbell
ພາບ:TTXVN

(vovworld)
ວັນ​ທີ 2/2, ​ໃນ​ການ​ຢ້ຽມຢາມ​ຫວຽດນາມ ທ່ານ Kurt Campbell ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ        ອາ​ເມ​ລິ​ກາ ຮັບຜິດຊອບ​ບັນຫາອາ​ຊີຕາ​ເວັນ​ອອກ ປາຊີ​ຟີ​ກ ​ໄດ້​ມີ​ການ​ພົບ​ປະ​ກັບ ທ່ານ ຫວູດຶກດາມ, ລັດຖະມົນຕີ ຫົວຫນ້າ​ຫ້ອງ​ວ່າການ​ລັດຖະບານ, ທ່ານ ຫວູຮຸຍ​ຮວ່າງ ລັດຖະມົນຕີກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ພົນ​ໂທ ຫງວຽນ​ຈີ​ວີ້ງ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ ​ເລ​ເລ​ືອງມີ​ງ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ທ່ານ ​ເວື​ອງ​ເທື່ອ​ຟອງ ຮອງ​ຫົວຫນ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ. ສອງ​ຝ່າຍ​ມີ​ຄວາມ​ພຶງ​ພໍ​ໃຈ ກ່ຽວ​ກັບ​ຄວາມ​ຄືບ​ຫນ້າ​ຢ່າງ​ເລີກ​ເຊິ່ງ ​ແລະ ກວ້າງຂວາງ​ຂອງ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ແລກປ່ຽນ​ບັນດາ​ມາດ​ຕະການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ, ​ເປັນ​ຕົ້ນ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ ການ​ຄ້າ ການ​ລົງທຶນ, ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ, ການ​ສຶກສາ ບຳລຸງ​ສ້າງ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​ເພີ່ມ​ຂຶ້ນ​ສູງ. ຫວຽດນາມ ສະ​ເຫ​ນີ​ໃຫ້​ລັດຖະບານ ອາ​ເມ​ລິ​ກາ ຈົ່ງ​ຮັບ​ຮູ້​ກົດ​ລະບຽບ​ກ່ຽວ​ກັບ​ເສດຖະກິດ​ການ​ຕະຫລາດ (MES) ​ໂດຍ​ໄວ ​ແລະ ສະ​ຫງວນ​ໃຫ້​ແກ່​ຫວຽດນາມ ການ​ບຸລິມະສິດ​ພາສີ​ທົ່ວ​ໄປ (GPS), ລົບ​ລ້າງ​ບັນດາ​ມາດ​ຕະການ​ຈຳກັດ​ການ​ຄ້າ​ທີ່​ມີ​ຕໍ່​ບັນດາ​ຜະລິດ​ຕະພັນ​ຂອງ​ຫວຽດນາມ​ຄື: ກຸ້ງ, ປາຈາ ​ແລະ ປາ​ບາ​ຊາ,​ ສືບ​ຕໍ່​ຊ່ວຍ​​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ສົງຄາມ ​ແລະ​ອື່ນໆ. ສ່ວນ​ທ່ານ Kurt Cambell ​ໄດ້​ຢືນຢັນ​ວ່າ: ອາ​ເມ​ລິ​ກາ ປາດ​ຖະຫນາ​ຢາກ​ຊຸກຍູ້​ການ​ພົວພັນ​ກັບ ຫວຽດນາມ ກວ່າ​ອີກ ຕາມ​ທິດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ທ່າ​ນຍັງ​ເນັ້ນ​ຫນັກ​ວ່າ: ສືບ​ຕໍ່​ເພີ່ມ​ງົບປະມານ​ໃຫ້​ແກ່​ວິວັດ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນ​ຫລັງ​ຈາກ​ສົງຄາມ ​ແລະ ປາດ​ຖະຫນາ​ວ່າ ສອງ​ຝ່າຍ​ພ້ອມ​ກັນ​ຮ່ວມ​ມື​ໃນ​ການ​ລົບ​ລ້າງ​ບັນດາ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ, ດຳ​ເນີນ​ການ​ເຈລະຈາ​ໂດຍ​ໄວ​ເພື່ອ​ສາມາດ​ລົງ​ນາມ​ໃນ​ສັນຍາ​ການ​ຮ່ວມ​ມື​      ນິວ​ເຄຼຍພົນລະ​ເຮືອນ (ສັນຍາ 123), ສືບ​ຕໍ່​ຮ່ວມ​ມື​ຕ້ານ​ການ​ກໍ່​ການ​ຮ້າຍ ຕ້ານ​ການ​ແຜ່​ຂະຫຍາຍ​ອາວຸດ​ລ້າງຜານ ​ແລະ ອາດຊະຍາ​ກຳ​ຂ້າມ​ຊາດ./.

ຕອບກັບ

ຂ່າວ/ບົດ​ອື່ນ