ຫວຽດນາມ ແລະ ເຕິກກີວາງຄາດໝາຍບັນລຸວົງເງິນການຄ້າສອງຝ່າຍໃຫ້ໄດ້3ຕື້USDໃນປີ2016

ຫວຽດນາມ ແລະ ເຕິກກີວາງຄາດໝາຍບັນລຸວົງເງິນການຄ້າສອງຝ່າຍໃຫ້ໄດ້3ຕື້USDໃນປີ2016 - ảnh 1
ຫວຽດນາມ ​ແລະ ​ເຕິ​ກກີ​ ວາງ​ຄາດໝາຍ
​ບັນລຸ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ໄດ້ 3​ ຕື້USD​ໃນ​ປີ 2016
(ພາບ: baocongthuong)

(vovworld) - ຫວຽດນາມ ​ແລະ ​ເຕິ​ກກີ​ ວາງ​ຄາດໝາຍ​ບັນລຸ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃຫ້​ໄດ້ 3​ ຕື້USD​ໃນ​ປີ 2016. ນີ້​ແມ່ນ​ແຫຼ່ງຂ່າວ ​ໂດຍ​ທ່ານ ຫງວຽນ​ເທ໋ຮຶງ, ຮອງ​ຫົວໜ້າ​ອຳນວຍ​ການ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ, ສາຂາ​ນະຄອນ ​ໂຮ່ຈີ​ມິນ ຍົກ​ອອກ​ມາ ທີ່​ເວທີ​ປາ​ໄສວິ​ສາ​ຫະກິດ ຫວຽດນາມ ​- ​ເຕິ​ກກີ, ​ເຊິ່ງດຳ​ເນີນ​ຢູ່​ນະຄອນ ​ໂຮ່ຈີ​ມິນ ​ໃນ​ວັນ​ທີ 2/3. ຕາມ​ທ່ານ ຫງວຽນ​ເທ໋ຮຶງ ​ແລ້ວ, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍລະຫວ່າງ ຫວຽດນາມ ​- ​ເຕິ​ກກີ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາ​ທີ່​ໜ້າ​ຈົດ​ຈຳ. ​ໂດຍ​ລະອຽດ​ແມ່ນ ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍລະຫວ່າງ ຫວຽດນາມ ​- ​ເຕິ​ກກີ ຈາກ 1 ຕື້USD​ໃນ​ປີ 2012 ​ໄດ້​ເພີ່ມ​ຂຶ້ນ 1,5 ຕື້USD​ໃນ​ປີ 2015. ​ໃນ​ນັ້ນ, ຫວຽດນາມ​ ມີ​ວົງ​ເງິນ​ສົ່ງ​ອອກ​ໄປ​ຍັງ ​ເຕິ​ກກີ​ ແມ່ນ 1,4 ຕື້USD​ ສ່ວນ​ນຳ​ເຂົ້າ​ຈາກ ​ເຕິ​ກກີ​ແມ່ນ​ປະມານ 100 ຕື້ USD​.

ຂ່າວ/ບົດ​ອື່ນ