ຫວຽດນາມ ແລະ ເມກຊີໂກ ແບ່ງປັນບົດຮຽນກ່ຽວກັບການຫລຸດຜ່ອນຄວາມທຸກຍາກ

ຫວຽດນາມ ແລະ ເມກຊີໂກ ແບ່ງປັນບົດຮຽນກ່ຽວກັບການຫລຸດຜ່ອນຄວາມທຸກຍາກ - ảnh 1
ພາບປະກອບ

(vovworld) – ​ໃນ​ຂອບ​ເຂດ​ໂຄງການ “ໜູນ​ຊ່ວຍ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກຮອບດ້ານ ຢູ່​ເຂດ​ຕົວ​ເມືອງ” ​ແລະ ​ໄດ້​ຮັບ​ການ​ອຸປະຖຳຂອງ​ໂຄງການ​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ (UNDP), ຄະນະ​ຜູ້​ແທນ​ນະຄອນ ​ໂຮ່ຈີ​ມິນ ​ໂດຍ​ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ເຣື໋ອງອກ​ທ້ວນ ນຳ​ໜ້າ, ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ​ ​ເຮັດ​ວຽກ​ຢູ່ ​ເມກ​ຊີ​ໂກ ​ເພື່ອ​ແນ​ໃສ່​ແບ່ງປັນບົດຮຽນ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດ​ຜ່ອນ​ຄວາມທຸກ​ຍາກ, ພິ​ເສດ​ແມ່ນ​ຢູ່​ເຂດ​ຕົວ​ເມືອງ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ແຕ່​ວັນ​ທີ 2 – 12/8, ຄະນະ​ໄດ້​ເຮັດ​ວຽກ​ກັບ​ຜູ້ຕາງໜ້າ ​ແລະ ນັກ​ຊ່ຽວຊານ​ຂັ້ນ​ສູງ​ຂອງ​ສະພາ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ຕີ​ລາຄາ​ນະ​ໂຍບາຍ​ສັງຄົມ​ເມກ​ຊີ​ໂກ (CONEVAL), ກະຊວງ​ພັດທະນາ​ສັງຄົມ (SEDESOL) ​ເມກ​ຊີ​ໂກ, ​ແລກປ່ຽນ​ກັບ​ການ​ນຳ ​ແລ​ະ ສຳ​ຫລວດ​ຕົວ​ຈິງ​ຢູ່​ບາງ​​ເມືອງ​ຂອງ​ນະຄອນຫຼວງ ​ແລະ ລັດ Puebla, ຫ່າງ​ຈາກ​ນະຄອນຫຼວງ ​ເມກ​ຊີ​ໂກ ​ໄປ​ທາງ​ທິດ​ຕາ​ເວັນ​ອອກ​ກ່ວາ 100 ກມ.

    ທີ່​ການ​ແລກປ່ຽນ​ຄັ້ງ​ຕ່າງໆ, 2 ຝ່າຍ​ໄດ້​ປຶກສາ​ຫາລື​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ວິທີ​ວັດ​ແທກ​ຄວາມ​ທຸກ​ຍາກຮອບດ້ານ​, ກົນ​ໄກ ​ແລະ​ ມາດ​ຕະການ​ຕິດ​ຕາມ​ຄວາມທຸກ​ຍາກຮອບດ້ານ​, ມາດຖານ​ກຳນົດ​ເປົ້າ​ໝາຍ​ທຸກ​ຍາກຮອບດ້ານ.

 

 

ຂ່າວ/ບົດ​ອື່ນ