ຫວຽດ​ນາມ ແລະ ເອ​ຢິບ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ

(VOVWORLD) - ວັນທີ 29 ພະຈິກ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ, ໂດຍທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ນຳໜ້າ ໄດ້ສິ້ນສຸດການຢ້ຽມຢາມເອຢິບ ເປັນເວລາ 5 ວັນຢ່າງຈົບງາມ ຕາມຄຳເຊື້ອເຊີນຂອງສະພາແຫ່ງຊາດ ເອຢິບ.

ຫວຽດ​ນາມ ແລະ ເອ​ຢິບ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ພົບປະກັບທ່ານ Ahmed Saad El-Din Mohamed Abd El-Rehim ຮອງປະທານຜູ້ທີໜຶ່ງສະພາຕ່ຳເອຢິບ (ພາບ: VOV)

ໃນເວລາຢ້ຽມຢາມ ແລະ ເຮັດວຽກຢູ່ເອຢິບ, ຄະນະຜູ້ແທນສະພາແຫ່ງຊາດໄດ້ພົບປະກັບທ່ານ Ahmed Saad El-Din Mohamed Abd El-Rehim ຮອງປະທານຜູ້ທີໜຶ່ງສະພາຕ່ຳເອຢິບ. ນະທີ່ນີ້, ທ່ານ Ahmed Saad El-Din Mohamed Abd El-Rehim ຫວັງວ່າ ຫວຽດນາມ ຈະສືບຕໍ່ສະໜັບສະໜູນເອຢິບ ໃນບັນດາເວລາປາໄສສາກົນ ແລະ ພາກພື້ນ ອາຊຽນ, ທ່ານສະເໜີວ່າ ໃນໄລຍະຈະມາເຖິງ, ສະພາແຫ່ງຊາດສອງປະເທດ ຈະສືບຕໍ່ຮ່ວມມືກັນ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແລກປ່ຽນປະສົບການທາງດ້ານນິຕິກຳ ເພື່ອແນໃສ່ປະກອບສ່ວນຊຸກຍູ້ການຮ່ວມມືສອງຝ່າຍ ໃນບັນດາຂົງເຂດຄື: ເສດຖະກິດ, ການຄ້າ, ການສຶກສາ, ການທ່ອງທ່ຽວ, ວັດທະນະທຳ ແລະ ອະນຸລັກມໍລະດົກ.

ສ່ວນທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ສະເໜີໃຫ້ສອງຝ່າຍເພີ່ມທະວີການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ໂອ້ລົມທາງໂທລະສັບ, ພົບປະທຸກຂັ້ນໃນຊ່ອງທາງພັກ, ລັດ, ສະພາແຫ່ງຊາດ ແລະ ການທູດປະຊາຊົນ, ເອຢິບຜັນຂະຫຍາຍຂໍ້ຕົກລົງສະໜອງທຶນການສຶກສາໄລຍະສັ້ນໂດຍໄວ ຊ່ວຍຫວຽດນາມ ບຳລຸງສ້າງນັກຊ່ຽວຊານກ່ຽວກັບການພັດທະນາຂະແໜງອຸດສາຫະກຳ Halal, ເພີ່ມທຶນການສຶກສາໃຫ້ແກ່ນັກສຶກສາ ຫວຽດນາມ, ເພີ່ມທະວີການຮ່ວມມືດ້ານວັດທະນະທຳ, ການທ່ອງທ່ຽວ, ການຮ່ວມມືທ້ອງຖິ່ນ ແລະ ພົບປະແລກປ່ຽນປະຊາຊົນ.

ທີ່ການເຮັດວຽກກັບທ່ານຮອງປະທານສະພາສູງ ເອຢິບ Bahaa El-Din Abu Shaqqa, ສອງຝ່າຍໄດ້ຢັ້ງຢືນຈະສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງອົງການນິຕິກຳສອງປະເທດ, ພ້ອມກັນສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ