ຫວຽດນາມ ແລະ ແດນມາກ ຮ່ວມມື ກໍ່ສ້າງຕຶກອາຄານ ປະຢັດພະລັງງານ

ຫວຽດນາມ ແລະ ແດນມາກ ຮ່ວມມື ກໍ່ສ້າງຕຶກອາຄານ ປະຢັດພະລັງງານ - ảnh 1
ທີກອງ​ປະຊຸມ​ສຳ​ມະ​ນາຮ່ວມ​ມື​ກໍ່​ສ້າງ​ຕຶກ​ອາຄານ​ປະ​ຢັດ​ພະລັງງານ
(ພາບ: tapchicongnghiep.vn)

(vovworld) -     ກອງ​ປະຊຸມ​ສຳ​ມະ​ນາ “ຕຶກ​ອາຄານ​ປະ​ຢັດ​ພະລັງງານຂອງ​ແດນ​ມາກ ຢູ່​ຫວຽດນາມ” ​ດຳ​ເນີນ​​​ໄປໃນ​ວັນ​ທີ 9/11 ຢູ່​ນະຄອນ​​ໂຮ່ຈິ​ມິນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ກໍ່ສ​້າງພະລັງງານ ​ແລະ ອາກາດ​ແດນ​ມາກ Martin Lindegard, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ Le Manh Ha ​ແລະ ວິ​ສາ​ຫະກິດ​ກໍ່ສ້າງ​ຫວຽດນາມ ​ແລະ ​ແດນ​ມາກ​ເຂົ້າ​ຮ່ວມເປັນ​ຈຳນວນຫຼວງ​ຫຼາຍ.

ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ຊ່ຽວ​ຊານ​ທີ່​ມາ​ຈາກ​ແດນ​ມາກ ​ໄດ້​​ແນະນຳ​ບັນດາ​ຮູບ​ແບບ​ໃນ​ການ​ອອກ​ແບບ, ກໍ່ສ້າງ​ບັນລຸ​ມາດ​ຖານ​ຂຽວ, ປະຢັດ​ພະລັງງານ. ພິ​ເສດ​ຮູບ​ແບບ​ເຮືອນ​ປະ​ຢັດ​ພະລັງງານ​ຂອງ​ແດນ​ມາກ ຢູ່​ຫວຽດນາມ ​ໄດ້ຮັບ​ຖື​ວ່າ ແມ່ນ​ສູ​ນອອກ​ແບບ​ແລະ ກໍ່ສ້າງ​ກິດຈະກຳ​ປະ​ຢັດ​ພະລັງງານ. ຄາດ​ວ່າ, ເຮືອນ​ປະ​ຢັດ​ພະລັງງານທຳ​ອິດ​ຢູ່​ຫວຽດນາມ ຈະ​​ໄດ້ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ນະຄອນ​ໂຮ່ຈິ​ມິນ​ໃນ​ກາງ​ປີ 2013.

ຂ່າວ/ບົດ​ອື່ນ