ຫວຽດນາມ ແລະ ແອສໂຕນີ ຮ່ວມມືກັນໃນການປ້ອງກັນ, ສະກັດກັ້ນໂຄວິດ 19

(VOVWORLD) -ວັນທີ 29 ເມສາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໂດ້ໂອ້ລົມທາງໂທລະສັບກັບ ທ່ານລັດຖະມົນຕີການຕ່າງປະເທດ ແອສໂຕນີ Urmas Reinsalu. 
ຫວຽດນາມ ແລະ ແອສໂຕນີ ຮ່ວມມືກັນໃນການປ້ອງກັນ, ສະກັດກັ້ນໂຄວິດ 19 - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ແຈ້ງໃຫ້ທ່ານ Urmas Reinsalu ຮັບຊາບບັນດາມາດຕະການ ຊື່ງລັດຖະບານຫວຽດນາມ ພວມຕັ້ງຫນ້າຜັນຂະຫຍາຍ ແລະ ບັນດາໝາກຜົນຕັ້ງຫນ້າໃນການປ້ອງກັນ ສະກັດກັ້ນໂລກລະບາດ ພ້ອມທັງຮັກສາສະຖຽນລະພາບເສດຖະກິດ ແລະ ຮັບປະກັນການເຕີບໂຕພາຍຫລັງ ໂລກລະບາດສິ້ນສຸດ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຢືນຢັນ: ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນບົດຮຽນກັບ ແອສໂຕນີ  ແລະ ພ້ອມກັບແອສໂຕນີ ຊຸກຍູ້ການຮ່ວມມືສາກົນ ເພື່ອ ຍູ້ໂຄວິດ 19 ໃຫ້ຖອຍໄປກໍ່ຄືແກ້ໄຂສິ່ງທ້າທາຍໃນທົ່ວໂລກ.

ທ່ານລັດຖະມົນຕີການຕ່າງປະເທດ ແອສໂຕນີ Urmas Reinsalu ສະເຫນີ ສອງປະເທດ ສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນ ທີ່ສະພາຄວາມໝັ້ນຄົງ ສປຊ ໃນບັນດາບັນຫາຊື່ງປະຊາຄົມສາກົນສົນໃຈ ເປັນຕົ້ນ ເມື່ອ ແອສໂຕນີ ຈະແມ່ນປະເທດປະທານ ໝູນວຽນ ສະພາຄວາມໝັ້ນຄົງ ສປຊ ໃນເດືອນພຶດສະພາປີ 2020.

ຕອບກັບ

ຂ່າວ/ບົດ​ອື່ນ