ຫວຽດນາມ ແລະ ໂມນາໂກ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ.

    (vovworld)- ວັນ​ທີ 12 ກຸມພາ, ທ່ານ ​ເຢືອງຈິ​ຢຸ້ງ ​​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ ​ໂມ​ນາ​ໂກ​ໄດ້​ເຂົ້າຍື່ນ​ສານ​ຕາ​ຕັ້ງ​ຕໍ່​ສະ​ເດັດ​ເຈົ້າ​ແຫ່ງ​ໂມ​ນາ​ໂກ ອານ​ເບີດ II. ທ່ານ ​ ​​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ເຢືອງຈິ​ຢຸ້ງ​ໄດ້​ສົ່ງ​ຄຳ​ອວຍພອນ​ປີ​ໃໝ່ ​ແລະ ຄຳ​ເຊີນຂອງ​ທ່ານປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ​ຊຶ່ງ​ເຊື້ອ​ເຊີນ​ສະ​ເດັດ​ເຈົ້າ ອານ​ເບີດ ມາ​ຢ້ຽມຢາມ​ຫວຽດນາມ​ໃນ​ມໍ່ໆ​ນີ້. ທ່ານ ​ ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ເຢືອງຈິ​ຢຸ້ງ ​​ຍັງ​ຊີ້​ໃຫ້​ເຫັນ​ບັນດາ​ການ​ຕີ​ລາຄາ​ອັນ​ຕັ້ງ​ໜ້າຂອງ​ການ​ນຳ ​ແລະ ປະຊາຊົນ​ຫວຽດນາມ​ທີ່​ມີ​ຕໍ່​ການ​ຂະຫຍາຍ​ຕົວ​ຂອງສາຍພົວພັນ​ລະຫວ່າງ​ຫວຽດນາມ-​ໂມ​ນາ​ໂກ ນັບ​ແຕ່ 2 ປະ​ເທດ ​ໄດ້​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ນຳ​ກັນ​ເມື​ອ່ປີ 2007 ​ແລະ ສະ​ແດງ​ຄວາມ​ຫວັງ​ວ່າ 2 ປະ​ເທດ​ຈະ​ສືບ​ຕໍ່​ຊຸກຍູ້, ​ເປີດ​ກ້ວາງການ​ຮ່ວມ​ມື 2 ຝ່າຍ​ເພື່ອ​ແນ​ໃສ່​ຕອບ​ສະໜອງ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ​ ​​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ ເຢືອງຈິ​ຢຸ້ງ ຍັງ​ມີ​ການ​ພົບ​ປະ​ກັບ​ລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ໂມ​ນາ​ໂກ Jose Badia ​ແລະ ບັນດາ​ເຈົ້າ​ໜ້າ​ທີ​ຂັ້ນ​ສູງ​ຂອງ​ປະ​ເທດ​ນີ້ ກ່ຽວກັບ​ບັນດາ​ມາດ​ຕະການ​ແນ​ໃສ່​ເພີ່ມ​ທະວີ​ສາຍ​ພົວພັນມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ