ຫວຽດນາມ ໂຄສະນາສິນຄ້າທີ່ງານຕະຫຼາດນັດທາດເຄມີຢູ່ ອິນເດຍ

(VOVWORLD) -   ດ້ວຍການໜູນຊ່ວຍຂອງຫ້ອງການການຄ້າ - ສະຖານທູດ ຫວຽດນາມ ປະຈຳ ອິນເດຍ, ຄະນະຜູ້ແທນ ຫວຽດນາມ ມີ 3 ວິສາຫະກິດເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້ເພື່ອແນໃສ່ຊອກຫາຄູ່ຮ່ວມມື...
ຫວຽດນາມ ໂຄສະນາສິນຄ້າທີ່ງານຕະຫຼາດນັດທາດເຄມີຢູ່ ອິນເດຍ - ảnh 1 ຜູ້ຕາງໜ້າ ຫວຽດນາມ ທີ່ງານຕະຫຼາດນັດ

ຫວ່າງແລ້ວນີ້, ຢູ່ສູນວາງສະແດງສິນຄ້າ Bombay, ນະຄອນ Mumbai, ປະເທດ ອິນເດຍ ໄດ້ຈັດຕັ້ງງານຕະຫຼາດນັດທາດເຄມີ ອິນເດຍ ຄັ້ງທີ 10 ປີ 2018. ນີ້ແມ່ນໜຶ່ງໃນບັນດາງານຕະຫຼາດນັດສະເພາະຂະແໜງທາດເຄມີໃຫຍ່ທີ່ສຸດຢູ່ ອິນເດຍ.

    ດ້ວຍການໜູນຊ່ວຍຂອງຫ້ອງການການຄ້າ - ສະຖານທູດ ຫວຽດນາມ ປະຈຳ ອິນເດຍ, ຄະນະຜູ້ແທນ ຫວຽດນາມ ມີ 3 ວິສາຫະກິດເຂົ້າຮ່ວມງານຕະຫຼາດນັດຄັ້ງນີ້ເພື່ອແນໃສ່ຊອກຫາຄູ່ຮ່ວມມື ແລະ ກາລະໂອກາດດຳເນີນທຸລະກິດນັ້ນແມ່ນ: ບໍລິສັດເຄມີ Agro ເຍີດ ຫວຽດ; ບໍລິສັດເຄມີ Plasma ແລະ ບໍລິສັດ King Elong ຈຳກັດ. ງານຕະຫຼາດນັດຄັ້ງທີ 10 ນີ້ໄດ້ດຶງດູດກ່ວາ 200 ນັກວາງສະແດງທີ່ມາຈາກລັດຕ່າງໆຂອງອິນເດຍ ແລະ ບັນດາວິສາຫະກິດທີ່ມາຈາກກ່ວາ 20 ປະເທດ. ໃນຂອບເຂດຂອງງານຕະຫຼາດນັດ, ກໍ່ໄດ້ຈັດຕັ້ງບັນດາກອງປະຊຸມ ແລະ ກອງປະຊຸມສຳມະນາສະເພາະຂະແໜງເຄມີນຳອີກ.

ຕອບກັບ

ຂ່າວ/ບົດ​ອື່ນ