ຫວຽດນາມ ໃຫ້ຄໍາໝັ້ນສັນຍາ ສືບຕໍ່ມານະພະຍາຍາມໃນການຊຸກຍູ້ ແລະ ປົກປ້ອງສິດພົນລະເຮືອນ ແລະ ການເມືອງ

(VOVWORLD) - ເລື່ອງເຂົ້າຮ່ວມ ແລະ ສົນທະນາຢູ່ວາລະປະຊຸມ ໄດ້ສະແດງໃຫ້ເຫັນຄວາມເຂັ້ມງວດຂອງ ຫວຽດນາມ ໃນການປະຕິບັດພັນທະໃນການລາຍງານກ່ຽວກັບສະພາບການປະຕິບັດບັນດາຄໍາໝັ້ນສັນຍາສາກົນ. 

        ໃນວັນທີ 11 ແລະ 12 ມີນາ, ຢູ່ ເຊີແນວ ປະເທດ ສະວິດ, ຄະນະກໍາມະການສິດທິມະນຸດ ສປຊ ໄດ້ຈັດຕັ້ງວາລະປະຊຸມພິຈາລະນາ ບົດລາຍງານແຫ່ງຊາດຄັ້ງທີ 3 ຂອງຫວຽດນາມ ກ່ຽວກັບການປະຕິບັດສົນທິສັນຍາສາກົນ ວ່າດ້ວຍສິດພົນລະເຮືອນ ແລະການເມືອງ (ສົນທິສັນຍາ ICCPR). ເຂົ້າຮ່ວມວາລະປະຊຸມດັ່ງກ່າວ, ຄະນະຜູ້ແທນຫວຽດນາມ ໂດຍທ່ານ ຫງວຽນງອັກແຄ໊ງ ຮອງລັດຖະມົນຕີກະຊວງຍຸຕິທໍາ ເປັນຫົວໜ້າຄະນະ.

ຫວຽດນາມ ໃຫ້ຄໍາໝັ້ນສັນຍາ ສືບຕໍ່ມານະພະຍາຍາມໃນການຊຸກຍູ້ ແລະ ປົກປ້ອງສິດພົນລະເຮືອນ ແລະ ການເມືອງ - ảnh 1ທ່ານ ຫງວຽນງອັກແຄ໊ງ ຮອງລັດຖະມົນຕີກະຊວງຍຸຕິທໍາ ຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ (ພາບ:TTXVN)

        ເມື່ອຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ຢູ່ນອກກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນງອກແຄ໊ງ ໃຫ້ຮູ້ວ່າ ນັບແຕ່ເມື່ອຫວຽດນາມ ສົ່ງບົດລາຍງານແຫ່ງຊາດຄັ້ງທີີ 2 ກ່ຽວກັບການປະຕິບັດສົນທິສັນຍາ ICCPR ແຕ່ ປີ 2002 ມາຮອດປັດຈຸບັນ, ຫວຽດນາມ ໄດ້ບັນລຸບັນດາບາດກ້າວໃໝ່ ແລະ ຜົນງານຫຼາຍຢ່າງທີ່ເປັນໜ້າຊື່ນຊົມ ໃນການປົກປ້ອງ ແລະ ເສີມຂະຫຍາຍສິດທິມະນຸດ, ສິດພົນລະເມືອງ, ໃນນັ້ນມີບັນດາສິດພົນລະເຮືອນ ແລະ ການເມືອງ.

        ທີ່ວາລະປະຊຸມ, ຄະນະຜູ້ແທນຫວຽດນາມ ໄດ້ແບ່ງປັນບັນດາຜົນງານທີ່ເປັນໜ້າຊື່ນຊົມໃນການປົກປ້ອງ ແລະ ເສີມຂະຫຍາຍສິດພົນລະເຮືອນ, ການເມືອງ ຢູ່ຫວຽດນາມ ໃນໄລຍະຜ່ານມາ, ພ້ອມທັງ ສະໜອງບັນດາຂໍ້ມູນລະອຽດຕື່ມອີກ ເພື່ອໃຫ້ບັນດາສະມາຊິກຄະນະກໍາມະການສິດທິມະນຸດມີຄວາມເຂົ້າໃຈແຈ້ງ ແລະ ຊັດເຈນກວ່າ ກ່ຽວກັບສະພາບການປະຕິບັດສົນທິສັນຍາ ICCPR ຢູ່ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ