ຫວຽດນາມ ໄດ້ສັກວັກຊີນກັນພະຍາດໂຄວິດ-19 ໄດ້ຫຼາຍກວ່າ 202 ລ້ານໂດສ

(VOVWORLD) - ວັນທີ 22 ມີນາ, ຫວຽດນາມມີຄົນເຈັບ 186.137 ຄົນໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນ 4.468.805 ຄົນ
ຫວຽດນາມ ໄດ້ສັກວັກຊີນກັນພະຍາດໂຄວິດ-19 ໄດ້ຫຼາຍກວ່າ 202 ລ້ານໂດສ - ảnh 1ພາບປະກອບ

    ນັບແຕ່ເວລາ 16 ໂມງຂອງວັນທີ 21 ມີນາຫາເວລາ 16 ໂມງຂອງວັນທີ 22 ມີນາ, ຫວຽດນາມ ໄດ້ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 130.735 ຄົນ, ໃນນັ້ນມີ 4 ຄົນມາຈາກຕ່າງປະເທດ. ມາຮອດປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 8.338.914 ຄົນ.

ໃນວັນດຽວກັນ, ຢູ່ຫວຽດນາມມີຄົນເຈັບ 186.137 ຄົນໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນ 4.468.805 ຄົນ. ໃນມື້ດຽວກັນ ກໍມີຄົນເຈັບຖືກ ເສຍຊີວິດ 65 ຄົນ.

     ໄລ່ມາຮອດຕອນບ່າຍວັນທີ 22 ມີນານີ້, ຫວຽດນາມສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ໄດ້ກວ່າ 202 ລ້ານໂດສ.  ແລະ ມາຮອດປະຈຸບັນ, 57/63 ແຂວງ ແລະ ນະຄອນໃນທົ່ວປະເທດມີອັດຕາການສັກວັກຊິນເຂັມທີ 2 ເພື່ອປ້ອງກັນພະຍາດໂຄວິດ-19 ແມ່ນກວ່າ 90%.

ຕອບກັບ

ຂ່າວ/ບົດ​ອື່ນ