ຫວຽດ​ນາມ ໄດ້​ຮັບ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຈຳ​ນວນ 300.000 ໂດ​ສ ຈາກ​ລັດ​ຖະ​ບານ ຣູ​ມາ​ນີ

(VOVWORLD) -   ວັນທີ 25 ສິງຫາ, ຢູ່ສຳນັກງານກະຊວງການຕ່າງປະເທດ ໄດ້ດຳເນີນພິທີມອບ - ຮັບວັກຊິນກັນພະຍາດໂຄວິດ - 19 Astra Zeneca ຊຶ່ງເປັນຂອງຂວັນຈາກລັດຖະບານ ຣູມາລີ ທີ່ມອບໃຫ້ຫວຽດນາມ.
ຫວຽດ​ນາມ ໄດ້​ຮັບ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຈຳ​ນວນ 300.000 ໂດ​ສ ຈາກ​ລັດ​ຖະ​ບານ ຣູ​ມາ​ນີ - ảnh 1ພິທີມອບ - ຮັບວັກຊິນກັນພະຍາດໂຄວິດ - 19 Astra Zeneca ຊຶ່ງເປັນຂອງຂວັນຈາກລັດຖະບານ ຣູມາລີ ທີ່ມອບໃຫ້ຫວຽດນາມ (ພາບ: baoquocte.vn)

ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂຕແອັງຢຸງ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງການນຳ, ລັດຖະບານ ແລະປະຊາຊົນ ຣູມານີ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ ແລະ ທັນການນີ້. ພ້ອມທັງຕີລາຄາສູງຕໍ່ເລື່ອງ ຣູມານີ ແມ່ນໜຶ່ງໃນບັນດາປະເທດສະມາຊິກ ສະຫະພາບເອີຣົບ (ອີຢູ) ທຳອິດ ທີ່ໄດ້ຕັດສິນໃຈມອບວັກຊິນໃຫ້ແກ່ ຫວຽດນາມ.

        ສ່ວນທ່ານນາງ Cristina Romila ເອກອັກຄະລັດຖະທູດ ຣູມານີ ປະຈຳ ຫວຽດນາມ ໄດ້ເນັ້ນໜັກວ່າ ຫວຽດນາມ ແມ່ນປະເທດ ອາຊີທຳອິດ ເຊິ່ງ ຣູມານີ ໃຫ້ການໜູນຊ່ວຍວັກຊິນ; ພ້ອມທັງຢັ້ງຢືນວ່າ ຣູມານີ ຈະສືບຕໍ່ຮຽງບ່າຮຽງໄຫຼ່ພ້ອມກັບ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ເຊື່ອໝັ້ນວ່າ ຫວຽດນາມ ຈະຄວບຄຸມ ແລະ ຍູ້ໂລກລະບາດຖອຍໄປໂດຍໄວ.

        ກໍກ່ຽວຂ້ອງເຖິງການຊ່ວຍເຫຼືອຫວຽດນາມ ຮັບມືກັບໂລກລະບາດ, ຫວ່າງມໍ່ໆມານີ້, ທະນາຄານໂລກ ແລະ ສະຖານບັນຄົ້ນຄວ້າພັດທະນາສັງຄົມ ຫາກໍລົງນາມໃນສັນຍາຊ່ວຍເຫຼືອລ້າ ທີ່ມີມູນຕ່າ 2,75 ລ້ານ USA ຈາກ ກອງທຶນພັດທະນາສັງຄົມ ຍີ່ປຸ່ນ ເພື່ອໜູນຊ່ວຍໂຄງການ “ເພີ່ມທະວີກຳລັງຄວາມສາມາດກຽມພ້ອມຮັບມືກັບໂລກລະບາດຢູ່ຂັ້ນຮາກຖານຂອງ ຫວຽດນາມ”. ໂຄງການດັ່ງກ່າວຈະສຸມໃສ່ເພີ່ມທະວີກຳລັງຄວາມສາມາດຂອງສຸກສາລາແຫ່ງຕ່າງໆ ໂດຍຜ່ານການໜູນຊ່ວຍອຸປະກອນການແພດໂດຍພື້ນຖານຈຳນວນໜຶ່ງ ແລະ ບັນດາທັກສະທີ່ຈຳເປັນ. ໄປຄຽງຄູ່ກັນນັ້ນ, ໂຄງການດັ່ງກ່າວກໍຊ່ວຍຮັບປະກັນການຮັກສາບັນດາການບໍລິການເບິ່ງແຍງສຸຂະພາບທີ່ຈຳເປັນໃນໄລຍະເກີດໂລກລະບາດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ