ຫວຽດນາມຄັດຄ້ານເລື່ອງຈີນຍິງກຳປັ່ນ ຫາປາຂອງຫວຽດນາມ

ຫວຽດນາມຄັດຄ້ານເລື່ອງຈີນຍິງກຳປັ່ນ ຫາປາຂອງຫວຽດນາມ - ảnh 1
ທ່ານ​ເລືອ​ງ​ແທງ​ງີ້, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ

(ພາບ: vnexpress.net)

(vovworld) -  ​ວັນ​ທີ 25/3, ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ສະ​ເໜີ​ໃຫ້​ຮູ້​ປະຕິກິລິຍາ​ຂອງ​ຫວຽດນາມ ຕໍ່​ເລື່ອງ​ເມື່ອ​ວັນ​ທີ 20/3, ກຳ​ປັ່ນ​ຫາ​ປາ​ລຳ 1 ຂອງ​ຊາວ​ປະມົງ​​ແຂວງກວາງ​ຫງາຍ ຫວຽດນາມ ຖືກ​ກຳ​ປັ່ນ​ຂອງ​ຈີນຂັບ​ໄລ່ ​ແລະ ຍິງ​ປືນ​ທຳລາຍ​ຢູ່​ບໍລິ​ເວນຂຶ້ນ​ກັບ​ໝູ່​ເກາະ​ຮ່ວາງ​ຊາ ​ຂອງ​ຫວຽດນາມ, ທ່ານ​ເລືອ​ງ​ແທງ​ງີ້, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ເຫດການທີ່​ຮ້າຍ​ແຮງ​ທີ່​ສຸດ, ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ​ຮ່ວາງ​ຊາ, ນາບ​ຂູ່​ຊີວິດ​ອິນ​ຊີ ​ແລະ ກໍ່​ຄວາມ​ເສຍ​ຫາຍ​ທາງ​ສັບ​ສິນ​ຂອງ​ຊາວປະມົງ​ຫວຽດນາມ. ທ່ານ​ເລືອ​ງ​ແທງ​ງີ້ ຊີ້​ແຈ້ງວ່າ: ການ​ກະທຳ​ນີ້ ​ໄດ້​ລະ​ເມີດ​ບັນດາ​ຫຼັກການ​ຂອງ​ກົດໝາຍ​ສາ​ກົນ, ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​​ຊີ້​ນຳ​ແກ້​ໄຂ​ບັນດາ​ບັນຫາ​ບົນ​ທະ​ເລ​ລະຫວ່າງ​ຫວຽດນາມ ​ແລະ ຈີນ, ​ໄປ​ຝືນ​ກັບ​ຈິດ​ໃຈ​ຖະ​ແຫຼ​ງການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC). ຫວຽດນາມ ​ເດັດດ່ຽວ​ຄັດຄ້ານ, ຮຽກຮ້ອງ​ໃຫ້​ຝ່າຍ​ຈີນ ຈົ່ງ​ສືບສວນ, ​ແກ້​ໄຂ​ການ​ກະທຳ​ທີ່​ຜິດພາດ ​ແລະ ​ໄຮ້​ມະນຸດ​ສະ​ທຳດັ່ງກ່າວ​ຢ່າງ​ເຂັ້ມງວດ, ທົດ​ແທນ​ຄວາມ​​ເສຍ​ຫາຍ​ໃຫ້​ແກ່​ຊາວ​ປະມົງ​ຫວຽ​ດນາມ. ວັນ​ທີ 25/3, ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ພົບ​ປະ​ກັບ​ຜູ້ຕາງໜ້າ​ສະຖານທູດ​ຈີນ ປະຈຳ​ຫວຽດນາມ ​ເພື່ອ​ສົ່ງ​ສານ​ທາງ​ການ​ຄັດຄ້ານ​ການ​ກະທຳ​ດັ່ງກ່າວ​ຂອງ​ຝ່າຍ​ຈີນ.

ຂ່າວ/ບົດ​ອື່ນ