ຫວຽດນາມຄວ້າໄດ້ຫຼຽນຄຳ Olympic ຟີຊິກສາດອາຊີ ຄັ້ງທີ 18

(VOVWORLD)-ຕອນເຊົ້າວັນທີ 08/05, ກົມສຳຫຼວດ ແລະ ກວດກາຄຸນນະພາບການສຶກສາ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໃຫ້ຮູ້ວ່າ: ການເສັງ Olympic ຟີຊິກສາດອາຊີ ຄັ້ງທີ 18 (ເຊິ່ງຖືກດຳເນີນຢູ່ Yakutsk, ສ.ສະຫະພັນລັດເຊຍ ໃນລະຫວ່າງວັນທີ 01 – 09/05), ທິມຊາດຫວຽດນາມ ມີນັກຮຽນ 8 ຄົນເຂົ້າຮ່ວມ, ໃນນັ້ນມີນັກຮຽນ 7 ຄົນຄວ້າໄດ້ລາງວັນລວມມີ: ຫຼຽນຄຳ 1 ລາງວັນ, ຫຼຽນເງິນ 3 ລາງວັນ, ລາງວັນຊົມເຊີຍ 3 ລາງວັນ.
ຫວຽດນາມຄວ້າໄດ້ຫຼຽນຄຳ Olympic ຟີຊິກສາດອາຊີ ຄັ້ງທີ 18 - ảnh 1 (ທິມຊາດຫວຽດນາມ ມີນັກຮຽນ 8 ຄົນເຂົ້າຮ່ວມ)

ທີ່ການເສັງ Olympic ຟີຊິກສາດອາຊີ ຄັ້ງທີ 18 ປີນີ້, ຄະນະນັກຮຽນຫວຽດນາມ ບັນລຸໄດ້ຜົນງານທີ່ພົ້ນເດັ່ນ. ໃນຈຳນວນນັກຮຽນທີ່ເຂົ້າຮ່ວມການສອບເສັງ 153 ຄົນທີ່ມາຈາກ 22 ປະເທດ ແລະ ເຂດແຄ້ວນ ມີນັກຮຽນ 82 ຄົນຄວ້າໄດ້ລາງວັນ. ດ້ວຍຜົນງານດັ່ງກ່າວ, ທິມຊາດຫວຽດນາມ ແມ່ນໜຶ່ງໃນ 7 ປະເທດ ແລະ ເຂດແຄ້ວນຄວ້າໄດ້ຫຼຽນຄຳ, ພ້ອມກັບຈີນ, ລັດເຊຍ, ອິນໂດເນເຊຍ…

ຕອບກັບ

ຂ່າວ/ບົດ​ອື່ນ