ຫວຽດນາມ-ຄູເວດtຊຸກຍູ້ການພົວພັນຮ່ວມມືມິດຕະພາບໃນຫລາຍຂົງເຂດ

ຫວຽດນາມ-ຄູເວດtຊຸກຍູ້ການພົວພັນຮ່ວມມືມິດຕະພາບໃນຫລາຍຂົງເຂດ - ảnh 1
ທ່ານ​ນາຍົກລັດຖະມົນຕີ Kuwait Sheikh
Jaber Mubarak AL – Hamad AL – Sabad
(ພາບ: Getty)

(vovworld) - ​ ​ໂດຍ​ໄດ້ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ, ທ່ານ​ນາຍົກລັດຖະມົນຕີ ຄູເວດ Sheikh Jaber Mubarak AL – Hamad AL – Sabad ຈະ​ມາຢ​້ຽມຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 05 – 07/05/2016. ຫວຽດນາມ ​ແລະ ຄູເວດ ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ເມື່ອ​ວັນ​ທີ 10/01/1976. 2 ຝ່າຍ​ກໍ່​ໄດ້​ລົງ​ນາມ​ໃນ​ສັນຍາ, ຂໍ້​ຕົກລົງ​ບາງ​ສະບັບ​ຄື: ສັນຍາ​ແມ່​ຮ່ວມ​ມືດ້ານ​ເສດຖະກິດ, ວິທະຍາສາດ, ​ເຕັກນິກ; ສັນຍາ​ການ​ຄ້າ; ສັນຍາ​ຂົນ​ສົ່ງ​ທາງ​ອາ​ກາດ.

        ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ທ່ານ​ນາຍົກລັດຖະມົນຕີ ຄູເວດ Sheikh Jaber Mubarak AL – Hamad AL – Sabad ​​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ 2 ປະ​ເທດ​ໃນ​ຫລາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ຄ້າ, ນ້ຳມັນ​ອາຍ​ແກັສ, ​ແຮງ​ງານ…​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, 2 ຝ່າຍ​ກໍ່​ແລ​ກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ຊຶ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.


ຂ່າວ/ບົດ​ອື່ນ