ຫວຽດນາມຈະສ້າງທຸກເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດແຂວງGunmaລົງທຶນເຂົ້າ

ຫວຽດນາມຈະສ້າງທຸກເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດແຂວງGunmaລົງທຶນເຂົ້າ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ
ຕ້​ອນຮັບທ່ານ Osawa Massak ຜູ້​ວ່າ​ການ​ແຂວງ Gunma
(ພາບ: TTXVN)

(vovworld) – ​ “ ຫວຽດນາມ​ ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ແຂວງ Gunma ລົງທຶນ​ເຂົ້າ ” ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ ທີ່​ການ​ຕ້​ອນຮັບທ່ານ Osawa Massak ຜູ້​ວ່າ​ການ​ແຂວງ Gunma ພ້ອມ​ກັບ​ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ​ແຂວງ Gunma (ຍີ່ປຸ່ນ) ທີ່ພວມ​ມີ​ການ​ຢ້ຽມຢາມ ​ແລະ ຊອກ​ຮູ້​ການ​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ​ລົງທຶນ​ຢູ່ ຫວຽດນາມ ​ໃນ​ຕອນ​ເຊົ້າ​ວັນ​ທີ 18/02 ຢູ່ ຮ່າ​ໂນ້ຍ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຂອງ​ຄະນະ ​ແລະ ຂອບ​ອົກ​ຂອບ​ໃຈ​ແຂວງ Gunma ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ຜູ້​ອອກ​ແຮງ​ງານ ຫວຽດນາມ ປະມານ 3000 ຄົນ​​ເຮັດ​ວຽກ​ຢູ່​ແຂວງ Gunma. ທ່ານ​ປະທານ​ປະ​ເທດ​ຫວັງ​ວ່າ: ການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຢີລະຫວ່າງ ຫວຽດນາມ ​ກັບ​ແຂວງ Gunma, ພິ​ເສດ​ແມ່ນ​ພາຍຫລັງ​ສັນຍາ TPP ​ໄດ້​ຮັບ​ການ​ລົງ​ນາມ, ຈະ​ມີ​ບັນດາ​ບາດກ້າວ​ພັດທະນາ​ໃໝ່. ທ່ານ​ປະທານ​ປະ​ເທດ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ ຫວຽດນາມ ​ຂອງ​ທ່ານ Osawa Massak ​ແລະ ຄະນະ​ຜູ້ຕາງໜ້າ​ວິ​ສາ​ຫະກິດ​ແຂວງ Gunma ຄັ້ງ​ນີ້ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ຝ່າຍ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ.

        ສ່ວນ​ທ່ານ Osawa Massak ຜູ້​ວ່າ​ການ​ແຂວງ Gunma ​ໃຫ້​ຮູ້​ວ່າ: ຄວາມ​ສາມາດ​ປະດິດ​ສ້າງ​ຂອງ​ແຂວງ Gunma ​ໄດ້​ຮັບ​ການ​ຕີ​ລາຄາວ່າ ​ຢືນ​ອັນ​ດັບ​ທີ 2 ​ໃນ​ທົ່ວ​ປະ​ເທດ ຍີ່ປຸ່ນ. ນີ້​ກໍ່​​ແມ່ນ​ແຫ່ງສຸ​ມ​ໃສ່​ວິ​ສາ​ຫະກິດ​ຫລາຍ​ແຫ່ງທີ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ອຸດສາຫະກ​ຳສຳຮອງ, ​ເຊິ່ງ​ແມ່ນຂົງ​ເຂດທີ່ ຫວຽດນາມ ​ຢາກ​ພັດທະນາ. ທ່ານ Osawa Massak ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ​ຄັ້ງ​ນີ້ ​ນ​ຳມາ​ໃຫ້​ຄວາມ​ຮັບ​ຮູ້​ຈະ​ແຈ້ງທີ່​ສຸດ​ກ່ຽວ​ກັບ​ເລື່ອງ​ເລືອກ​ເຟັ້ນ ຫວຽດນາມ ​ເປັນ​ສະຖານ​ທີ່​ລົງທຶນ​ຂອງ Gunma ​ໃນ​ໄລຍະ​ຈະ​ມາ​ເຖິງ. ຕາມ​ທ່ານ Osawa Massak ການ​ຢ້ຽມຢາມ ຫວຽດນາມ ​ຂອງ​ຄະນະ​ແມ່ນ​ກາລະ​ໂອກາດ ​ເພື່ອ​ເພີ່ມທະວີ​ການ​ພົບ​ປະ, ​ແລກປ່ຽນ​ດ້ານເສດຖະກິດ ພ້ອມ​ທັງ​ເປີກ​ກ້ວາງ​ການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຢີ ​ແລະ ກະສິກຳ ​ເພື່ອ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

 


ຂ່າວ/ບົດ​ອື່ນ