ຫວຽດນາມຈະສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດເປັນປົກກະຕິແລະສະດວກໃຫ້ບັນດານັກລົງທຶນຕ່າງປະເທດ

ຫວຽດນາມຈະສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດເປັນປົກກະຕິແລະສະດວກໃຫ້ບັນດານັກລົງທຶນຕ່າງປະເທດ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​
​ຕ້ອນຮັບ​ທ່ານ Yoji Sato ປະທານ​ກຸ່ມ​ບໍລິສັດ Sojitz

(vovworld) -  ຕອນ​ເຊົ້າ​ວັນ​ທີ 28/06 ທີ່ສຳນັກ​ງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Yoji Sato ປະທານ​ກຸ່ມ​ບໍລິສັດ Sojitz (ຍີ່ປຸ່ນ) ທີ່ພວມຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ກຸ່ມ​ບໍລິ​ສັດ Sojitz ແມ່ນ​ບໍລິສັດ​ການ​ຄ້າ​ສັງ​ລວມ​​ແຖວ​ໜ້າ​ຂອງ ຍີ່ປຸ່ນ, ​ເຊິ່ງມີໜ້າ​ຢູ່ ຫວຽດນາມ ​ໃນ 30 ປີຜ່ານມາ. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ຈະ​ເພີ່ມ​ທະວີ​ການລົງທຶນ​ເຂົ້າ ຫວຽດນາມ ​ເປັນ​ຕົ້ນ​ແມ່ນ​ຂະ​ແໜງ​ບຸລິມະສິດ​ໃນ​ຍຸດ​ທະ​ສາດ​ຫັນ​ເປັນ​ອຸດສາຫະກຳ​ພັດທະນາ​ພື້ນຖານ​ໂຄງ​ລ່າງທີ່​ມີ​ຄຸນ​ນະພາ​ບສູງ, ອຸດສາຫະກ​ຳ ສຳຮອງ, ຍູ້​ແຮງ​ການ​ຖ່າຍ​ທອດ​ເຕັກ​​ໂນ​ໂລ​ຢີ ​ແລະ ໜູນ​ຊ່ວຍ​ກໍ່ສ້າງ​ຊັບພະຍາກອນ​ມະນຸດ, ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ: ຫວຽດນາມ ຈະ​ສືບ​ຕໍ່​ປັບປຸງ​ບັນດາ​ກອບ​ກົດໝາຍ ນະ​ໂຍບາຍ…​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ເປັນ​ປົກກະຕິ ​ແລະ ສະ​ດວກ​ສະບາຍ​ກ່ວາ​ອີກ ​ໃຫ້​ແກ່​ນັກ​ລົງທຶນ​ຕ່າງປະ​ເທດ ​ໃນ​ນັ້ນ​ມີ​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ. ປະຈຸ​ບັນ ຫວຽດນາມ ພວມ​ສົມທົບ​ກັບ​ຝ່າຍ ຍີ່ປຸ່ນ ​ເພື່ອ​ຜັນ​ຂະຫຍາຍ​ຂໍ້​ລິ​ເລີ່​ມ ຫວຽດນາມ - ຍີ່ປຸ່ນ ​​ໄລ​ຍະ 6 ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງການ​ລົງທຶນ​ຢູ່ ຫວຽດນາມ ​ໃນ​ປີ 2016. ປະທານ​ກຸ່ມ​ບໍລິສັດ Sojitz ເນັ້ນ​ໜັກ​ວ່າ: ນະ​ໂຍບາຍ​ຂອງ​ກຸ່ມ​ບໍລິສັດ Sojitz ​ແມ່ນ​ຖື​ເອົາ ຫວຽດນາມ ​ເປັນ​ໃຈກາງ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ຢູ່​ພາກ​ພື້ນ; ພ້ອມ​ທັງ​ສະ​ແດງ​ຄວາມ​ຕັດສິນ​ໃຈ​ສືບ​ຕໍ່​ເປີດ​ກ້ວາງ​ການ​ລົງທຶນ​ຢູ່ ຫວຽດນາມ, ທ່ານ Yoji Sato ປາ​ດຖະໜາຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ຮ່ວມ​ມື, ໜູນ​ຊ່ວຍ​ຈາກ​ບັນດາ​ອົງການ​ທີ່​ກ່ຽວ​ຂ້ອງ​ຂອງ ຫວຽດນາມ, ​ແນ​ໃສ່​ຊ່ວຍ​ກຸ່ມ​ບໍລິສັດ​ລົງທຶນ​ ຢ່າງ​ມີ​ປະສິດທິ​ຜົນຢູ່ ຫວຽດນາມ, ຜ່ານ​ນັ້ນ ປະກອບສວ່ນຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​ພັດທະນາ ​ແລະ ​​ເລິກ​ເຊິ່ງກ້ວາງ​ຂວາງ.

 

ຂ່າວ/ບົດ​ອື່ນ