ຫວຽດນາມຈະເສີມຂະ ຫຍາຍບົດບາດເປັນ ເຈົ້າການ, ຕັ້ງໜ້າໃນ ບັນດາເວທີປາໄສພາກພື້ນ

ຫວຽດນາມຈະເສີມຂະ ຫຍາຍບົດບາດເປັນ ເຈົ້າການ, ຕັ້ງໜ້າໃນ ບັນດາເວທີປາໄສພາກພື້ນ - ảnh 1

ທ່ານ​ຫງວຽນ​ກວກ​ເກື່ອງ, ​ເອກ​ອັກຄະ​ລັດຖະທູດ

​ຫວຽດນາມ ປະຈຳ​ສະຫະລັດ​ອາ​ເມ​ລິ​ກາ

(ພາບ:TTXVN )

 (vovworld)- ​ວັນ​ທີ 12/9, ຢູ່​ວໍ​ຊິງ​ຕັນ ປະ​ເທດ​ອາ​ເມ​ລິ​ກາ, ​ໄດ້​ຈັດ​ໃຫ້​ມີ​ກອງ​ປະຊຸມ​ສຳ​ມະ​ນາ “​ໂຄງ​ປະກອບ​ພາກ​ພື້ນ​ອາຊີ“. ກ່າວ​ຄຳ​ເຫັນ​ໃນ​ຖານະ​ເປັນ​ບັນ​ລະບາຍ ທີ່ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຫງວຽນ​ກວກ​ເກື່ອງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ສະຫະລັດ​ອາ​ເມ​ລິ​ກາ ຢືນຢັນ​ວ່າ: ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ (EAS) ດຳ​ເນີນ​ໄປ​ໃນ​ເດືອນ​ຈະ​ມາ​ເຖິງ ຈະສວມ​ບົດບາດ​ສຳຄັນ​ໃນ​ການ​ພັດທະນາ​ບັນດາ​ຂອບ​ເຂດ ​ແລະ ຫຼັກການ​ພາກ​ພື້ນ​ມຸ້ງ​ໄປ​ເຖິງ​ຈຸດໝາຍ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນະ​ຖາວອນ​ຢູ່ອາຊີ​ຕາ​ເວັນ​ອອກ. ອາຊີ​ຕາ​ເວັນ​ອອກ ຄວນ​ສືບ​ຕໍ່​ປັບປຸງ​ບົດບາດ​ນີ້, ຊຸກຍູ້​ການ​ໂອ້​ລົມ​ສົນທະນາ, ຮ່ວມມື, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເພື່ອ​ແນ​ໃສ່​ຮັບປະກັນສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ​ແກ້​ໄຂ​ບັນດາ​ຄວາມ​ພິພາດ​ກັນ​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດ​ໝາຍສາກົນ, ສະໜັບສະໜູນ​ຄວາມ​ມານະ​ພະຍາຍາມ​ຂອງ​ອາ​ຊຽນ ​ແລະ ຈີນ ​ໃນ​ການ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ມີ​ປະສິດທິ​ຜົນ ​ແລະ ມຸ້ງ​ໄປ​ສູ່ການ​ສິ້ນ​ສຸດ​ການ​ເຈລະຈາ​ເພື່ອ​ສ້າງປະມວນ​ລະບຽບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ໂດຍ​ໄວ. ທ່ານ​ ເອກ​ອັກຄະ​ລັດຖະທູດ ຫງວຽນ​ກວກ​ເກື່ອງ ຢືນຢັນ​ວ່າ ຫວຽດນາມ ຈະ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າການ, ຕັ້ງໜ້າ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ອາຊີ-​ປາຊີ​ຟິກ. ​

 

ຂ່າວ/ບົດ​ອື່ນ