ຫວຽດນາມຈຳໜ່າຍບົດລາຍງານກ່ຽວກັບເລື່ອງປະຕິບັດສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລ1982

ຫວຽດນາມຈຳໜ່າຍບົດລາຍງານກ່ຽວກັບເລື່ອງປະຕິບັດສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລ1982  - ảnh 1

ພາບປະກອບອິນເຕີແນດ

(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 30 ປີ ​ແຫ່ງ​ວັນ​ລົງ​ນາມ​ໃນສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ວັນ​ທີ 6/12/2012. ຫວຽດນາມ ໄດ້​ຈຳໜ່າຍ​ບົດ​ລາຍ​ງານ​ກ່ຽວ​ກັບ​ເລື່ອງ ”​ຫວຽດນາມ​ປະຕິບັດ​ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ໃນ​ຖານະ​ແມ່ນ​ສະມາຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ສົນ​ທິສັນຍາ” ຢູ່​ສປຊ. ບົດ​ລາຍ​ງານ​ຕີ​ລາຄາ​ສູງຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ສົນທິສັນຍາ ​ແລະ ຢືນຢັນ​ວ່າການ​ກຳ​ເນີ​ດຂອງ​ສົນ​ທິສັນຍາ​ໄດ້​ສ້າງ​ພື້ນຖານ​ໃຫ້​ແກ່​ການ​ສ້າງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ດ້ານ​ກົດໝາຍ​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ທະ​ເລ ​ແລະ ມະຫາ​ສະໝຸດ, ​ເປັນ​ພື້ນຖານ​ດ້ານ​ກົດໝາຍ​ເພື່ອ​ກຳນົດ​ສິດ ​ແລະ ພັນທະ, ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ປະ​ເທດ​ແຄມ​ທະ​ເລ, ທັງ​ແມ່ນ​ພື້ນຖານ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ທະ​ເລ, ມະຫາ​ສະໝຸດ, ນັບ​ທັງ​ການ​ພິພາດ​ໃນ​ທະ​ເລ. ບົດ​ລາຍ​ງານ​ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການ​ເຂົ້າ​ຮ່ວມ​ການ​ເຈລະຈາ​ກໍ່ສ້າງ ​ແລະ ລົງ​ນາມ​ໃນ​ສົນທິສັນຍາ​ກໍ່​ຄື​ບັນດາ​ຜົນງານ​ໃນ​ການ​ຜັນ​ຂະຫຍາຍ ​ແລະ ປະຕິບັດ​ສົນທິສັນຍາ. ນັບ​ແຕ່​ສົນທິສັນຍາ​ມີ​ຜົນ​ບັງຄັບ​ໃຊ້, ຫວຽດນາມ​ ໄດ້​ອິງ​ໃສ່​ສົນທິສັນຍາ ​ເພື່ອ​ປັບປຸງ​ລະບົບ​ກົດໝາຍ​ເທື່ອ​ລະ​ກ້າວ, ສ້າງ​ສະພາບ​ແວດ​ລ້ອມດ້ານ​ກົດໝາຍ​ໃຫ້​ແກ່​ວຽກ​ງານ​ຄຸ້ມ​ຄອງ​ທະ​ເລ ​ແລະ ການ​ເຄື່ອນ​ໄຫວ​ເສດຖະກິດ​ທະ​ເລ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິວັດ​ການ​ເຊື່ອມ​ໂຍງ​ກັບ​ສາກົນ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​​ປະ​ເທດ​ຕ່າງໆ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ