ຫວຽດນາມຊຸກຍູ້ການພົວພັນຮ່ວມມືກັບບັນດາພັກຂອງສ.ເຊັກໂກ

ຫວຽດນາມຊຸກຍູ້ການພົວພັນຮ່ວມມືກັບບັນດາພັກຂອງສ.ເຊັກໂກ - ảnh 1
ທ່ານ​ນາງ ເຈືອງ​ທິ​ມາຍ, ເລ​ຂາ​ສູນ​ກາງ​ພັກ,
ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ
(ພາບ​ປະ​ກອບ)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽ​ມ​ຢາມ​ສ.ເຊັກ​ໂກ, ວັນ​ທີ 16/09, ຢູ່​ນະ​ຄອ​ນ​ຫຼວງ Praha, ທ່ານ​ນາງ ເຈືອງ​ທິ​ມາຍ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ ໄດ້​ມີ​ບັນ​ດ​າ​ການ​ເຮັດ​ວຽກ​ກັບ​ການ​ນຳ​ພັກ​ສັງ​ຄົມ​ປະ​ຊາ​ທິ​ປະ​ໄຕ​ເຊັກ​ໂກ (CSSD) ແລະ ພັກ​ກອມ​ມູ​ນິດ​ເຊັກ​ໂກ (KSCM). ທີ່​ບັນ​ດາ​ການ​ເຮັດ​ວຽກ, ທ່ານ​ນາງ ເຈືອງ​ທິ​ມາຍ ຢືນ​ຢັນ​ວ່າ, ຫວຽດ​ນາມ​ຊົມ​ເຊີຍ​ເລື່ອງ​ເຊັກ​ໂກ ສະ​​ໜັບ​ສະ​ໜູນ​ການ​ຊຸກ​ຍູ້​ສະ​ຫະ​ພາບ​ເອີ​ລົບ ລົງ​ນາມ​ສັນ​ຍາ​ການ​ຄ້າ​ເສ​ລີ (EVFTA) ກັບ​ຫວຽດ​ນາມ ໂດຍ​ໄວ​ ແລະ ຮັບ​ຮອງ​ກົດ​ລະ​ບຽບ​​ເສດ​ຖະ​ກິດການ​ຕ​ະ​ຫຼາດ​ຂອງ​ຫວຽດ​ນາມ…ກ່ຽວ​ຂ້ອງ​ເຖິງການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ໃນ​ໄລ​ຍະ​ມໍ່ໆ​ມານີ້, ພິ​ເສດ​ແມ່ນ​ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ ຢູ່​ລາ​ໄຮ, ປະ​ເທດ​ໂຮນ​ລັງ ໃນ​ວັນ​ທີ 12/07/2016 ຜ່ານ​ມາ, ທ່ານ​ນາງ ເຈືອງ​ທິໝາຍ​ຢືນ​ຢັນ​ວ່າ, ຫວຽດ​ນາມ ຢືດ​ໝັ້ນ​ແຜນ​ນະ​ໂຍ​ບາຍ​ແກ້​ໄຂບັນ​ດາ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ໃນ​ນັ້ນ​ມີ​ການ​ຂັດ​ແຍ້ງ​ກັນ​ສຳ​ລັບ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ຂອງ​ຫວຽດ​ນາມ ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ໂດຍ​ສະ​ເພາະ​ແມ່ນ​ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ (UNCLOS) ປີ 1982.

        ກ່ຽວ​ກັບ​ບັນ​ຫານີ້, ຜູ້​ຕາງ​ໜ້າ 2 ພັກ​ຂອງ​ເຊັກ​ໂກ ລ້ວ​ນ​ແຕ່​ແບ່ງ​ປັນ​ທັດ​ສະ​ນະ​ຂອງ​ຫວຽດ​ນາມ ແລະ ຖື​ວ່າ, ມາດ​ຕະ​ການ​ແກ້​ໄຂ​ໂດຍ​ສັນ​ຕິ​ວິ​ທີຍາມ​ໃດ​ກໍ​ແມ່ນ​ການ​ຄັດ​ເລືອກ​ອັນ​ດັບ​ໜຶ່ງ ໃນ​ການ​ແກ້​ໄຂບັນ​ດາ​ການ​ຂັດ​ແຍ້ງ​ກັນ​ໃນ​ປະ​ຈຸ​ບັນ​. ເຂົາ​ເຈົ້າ​ຫວັງ​ວ່າ, ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຕ້ອງເຈ​ລະ​ຈາ​ນຳ​ກັນ ແລະ ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂ​ລວມ​ໃຫ້​ການ​ຂັດ​ແຍ້ງ​ກັນ​ທີ່ຖືກ​ແກ່​ຍາວ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ