ຫວຽດນາມຊຸກຍູ້ການພົວພັນຮ່ວມມືກັບພັກກອມມູນິດອີຕາລີ

 ຫວຽດນາມຊຸກຍູ້ການພົວພັນຮ່ວມມືກັບພັກກອມມູນິດອີຕາລີ - ảnh 1
ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​​ ເຮັດ​ວຽກ​ກັບພັກ​ກອມ​ມູນິດອີ​ຕາ​ລີ
(ພາບ: Đức Hòa/Vietnam+)

(vovworld) - ​​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ອີ​ຕາ​ລີ, ວັນ​ທີ 13/7, ຄະນະ​ປະຕິບັດ​ງານ ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​​ ເຮັດ​ວຽກ​ກັບພັກ​ກອມ​ມູນິດອີ​ຕາ​ລີ. ທີ່​ການ​ເຮັດ​ວຽກ, 2 ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ບັນຫາ​ກ່ຽວ​ກັບ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ແຫ່ງ​ການ​ພັດທະນາ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ພັກ​ກອມ​ມູນິດ ອີ​ຕາ​ລີ, ບັນດາ​ຄວາມ​ສະດວກ ​ແລະ ຄວາມ​ຫຍຸ້ງຍາກ​ສຳລັບ​ຂະ​ບວນການ​ຝ່າຍ​ຊ້າຍ​ຢູ່ ອີ​ຕາ​ລີ, ​ໃນ​ນັ້ນ ມີ​ພັກ​ກອມ​ມູນິດ ອີ​ຕາ​ລີ. ຄຽງ​ຂ້າງ​ນັ້ນ, 2 ຝ່າຍ​ກໍ​ແລກປ່ຽນ​ບັນດາບົດຮຽນ​​ໂຄສະນາ​ ​ແລະ ພັດທະນາ​ວັດທະນະທຳ​ຢູ່​ຕ່າງປະ​ເທດ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ກັບ​ສາກົນ; ບົດຮຽນ​ພັດທະນາ​ວັດທະນະທຳ, ການ​ສຶກສາ​ຂອງອີ​ຕາ​ລີ, ບັນດາ​ສິ່ງ​ທ້າ​ທາຍທີ່ວາງ​ອອກ​ໃນ​ເງື່ອນ​ໄຂພື້ນຖານ​ເສດຖະກິດ​ການຕະຫລາດ​​ໃນປະຈຸ​ບັນ. ຮອງ​ຫົວໜ້າ​ຄະນະ​ປະ​ຈຳ ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​​ທ່ານ ຫວູງອກ​ຮ່ວາງ, ຫົວໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ຢືນຢັນ​ວ່າ: ບັນດາຜົນງານຊຶ່ງ ຫວຽດນາມ ບັນລຸ​ໄດ້​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ແມ່ນ​ຍ້ອນ​ມີ​ທິດ​ທາງ​ປ່ຽນ​​ໃໝ່ ຢ່າງ​ຖື​ກຕ້ອງ​ຂອງ​ພັກ​ກອມ​ມູນິດຫວຽດນາມ, ​ແມ່ນ​ໝາກຜົນ​ຂອງ​ວິວັດ​ການ​ຄົ້ນ​ຫາ, ທົດ​ລອງ, ​ໃກ້ຊິດ​ກັບ​ພຶດຕິ​ກຳຕົວ​ຈິງ, ທັງ​ເຮັດ, ທັງ​ສະຫຼຸບ, ສູ້​ຊົນ​ຢ່າງລຳບາກ​ຂອງ​ພັກ ​ແລະ ປະຊາຊົນ ຫວຽດນາມ. ທ່ານ ຫວູງ້ອກຮ່ວາງ ​ເຊື່ອ​ໝັ້ນ​ວ່າ: ພັກ​ກອມ​ມູນິດ ອີ​ຕາ​ລີ ຈະ​ສືບ​ຕໍ່ສູ້​ຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​​ເຮັດ​ລ້ອນໜ້າ​ທີ່ອັນ​ໃຫຍ່​ຫລວງ​ ດ້ວຍ​ຖານະ​ເປັນ​ພັກ​ນຳ​ໜ້າ, ບ່ອນອີງ​ດ້ານການ​ເມືອງ​ຂອງກຳລັງ​ກຳມະກອນ ​ແລະ ມະຫາຊົນ​ຜູ້​ອອກ​ແຮງ​ງານ ອີ​ຕາ​ລີ.

        ສ່ວນ​ທ່ານ, ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ ອີ​ຕາ​ລີ Maurizio Musolino ຖື​ວ່າ: ບັນດາ​ໝາກຜົນ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ​ໃນ 30 ປີ​ແຫ່ງການ​ປ່ຽນ​ໃໝ່​ ແມ່ນພະຍານ​ຫຼັກ​ຖານ​ທີ່​ມີ​ຊີວິດ​ຊີວາ​ທີ່​ສຸດ​ໃຫ້​ແກ່​ຄວາມ​ມານະ​ພະຍາຍາມ​ສູ້​ຊົນ ​ແລະ ຄວາມ​ສາມາດ​ປະຕິບັດ​ຂອງ​ປະ​ເທດໜຶ່ງ ​ໂດຍ​ພັກ​ກອມ​ມູນິດ​ຊີ້​ນຳ​ນຳພາ. ທ່ານ Musolino ປາດ​ຖະໜາວ່າ 2 ພັ​ກຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ​ເພີ່ມ​ທະ​ວີ​ການແລກປ່ຽນ​ບັນດາ​ບົດຮຽນ​ໃນ​ວິວັດ​ການ​ພັດທະນາ, ​ໃນ​ນັ້ນ​ມີ​ການ​ໂຄສະນາ​ການ​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ດ້ານ​ວັດທະນະທຳ.

 

ຂ່າວ/ບົດ​ອື່ນ