ຫວຽດນາມຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ,ການຄ້າກັບUruguay

ຫວຽດນາມຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ,ການຄ້າກັບUruguay - ảnh 1
ຫວຽດນາມຊຸກຍູ້ການພົວພັນຮ່ວມມື
ດ້ານເສດຖະກິດ, ການຄ້າກັບ Uruguay
(ພາບ: Vietnam+)


​​(vovworld) - ວັນ​ທີ 25/07, ຜູ້ຕາງໜ້າ​ສະຖານທູດ​ຫວຽດນາມ ປະຈຳ ອັກ​ຊັນ​ຕິນ, ທັງຢູ່ Uruguay ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຫ້ອງການ​ການ​ຄ້າ ​ແລະ ການ​ບໍລິການ​​ແຫ່ງ​ຊາດ Uruguay ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ດ້ານ​​ເສດຖະກິດ ​ແລະ ການຄ​້າລະຫວ່າງ 2 ປະ​ເທດ. ຜູ້ຕາງໜ້າ​ທູດການ​ຄ້າ​ຫວຽດນາມ ທ່ານ​ນາງ ຫງວຽນ​ແທງ​ເວີນ ​ໄດ້​​ແນະນຳ​ຄວາມ​ຕ້ອງ​ການ​ນຳ​ເຂົ້າ​ ​ແລະ ບັນດາ​ຜະລິດ​ຕະພັນ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ສົ່ງ​ອອກ​ຂອງ​ຫວຽດນາມ, ພ້ອມ​ທັງ​ປຶກສາ​ຫາ​ລື​ໂຄງການ​ເຊື່ອມ​ຕໍ່​ໃຫ້​ວິ​ສາ​ຫະກິດ 2 ປະ​ເທດ, ​ໃນ​​ໂອກາດ​ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ​ຫວຽດນາມ ​ຈະໄປ​ປະຕິ​ດບັດ​ງານ​ຢູ່​ອັກ​ຊັງ​ຕິນ, ​ຄາດ​ວ່າ​ດຳ​ເນີນໃນ​ທ້າຍ​ເດືອ​ນ 08 ຈະ​ມີ. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ Uruguay, ທ່ານ​ນາງ ຫງວຽນ​ແທງ​ເວີນ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຫ້ອງການ​ການ​ຄ້າ​ກຸ່ມ​ຕະຫຼາດ​ລວມອາ​ຟລິກາ​ໃຕ້ - ອາ​ຊຽນ. ​ການແລກປ່ຽນ​ການ​ຄ້າ​ລະຫວ່າງ​ຫວຽດນາມ ​ແລະ Uruguay ຍັງ​ຈຳ​ກັດ​ຢູ່, ບັນລຸ​ພຽງ 124 ລ້ານ USD ​ໃນ​ປີ 2014, ​ໃນ​ນັ້ນ​ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດນາມ ບັນລຸ​ພຽງ 41 ລ້ານ USD.

ຂ່າວ/ບົດ​ອື່ນ