ຫວຽດນາມຊຸກຍູ້ການສ້າງຕັ້ງຊ່ອງສົ່ງອອກສິນຄ້າເຂົ້າອີຕາລີ

ຫວຽດນາມຊຸກຍູ້ການສ້າງຕັ້ງຊ່ອງສົ່ງອອກສິນຄ້າເຂົ້າອີຕາລີ - ảnh 1
(ພາບປະກອບ)

(vovworld) – ສ້າງ​ຕັ້ງ​ຊ່ອງ​ສົ່ງ​ອອກ​ສິນຄ້າ​ຢູ່​ບັນດາ​ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ (EU) ​ເວົ້າ​ລວມ ​​ແລະ ອີ​ຕາ​ລີ​ເວົ້າ​ສະ​ເພາະ; ​ເປີກວ​້າງຕະຫຼາດ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ; ຮໍ່າຮຽນ​​ເພື່ອ​ຍົກ​ສູງ​ບົດ​ນຽນ​ດຳ​ເນີນ​ທຸລະ​ກິດ, ຍົກ​ສູງ​ທັກ​ສະ​​ໃນ​ການຄຸ້ມ​ຄອງ​ໃຫ້​ວິ​ສາ​ຫະກິດ… ​ແມ່ນ​ເນື້ອ​​ໃນ​ຕົ້ນ​ຕໍ່​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ການຮ່ວມ​ມື​ດ້ານ​ເສດຖະກິດ​ຫວຽດນາມ - ອີ​ຕາ​ລີ ​ເຊິ່ງຫາກໍ​ດຳ​ເນີນ​ໄປ​ຢູ່ Rome. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໂດ​ຍ​ອົງການ​ການ​ຄ້າ, ​ສະຖານທູ​ດຫວຽດນາມ ປະຈຳ​ອີ​ຕາ​ລີ ສົມທົບ​ກັບ​ກະຊວງ​ພັດທະນາ​ເສດຖະກິດ​ອີ​ຕາ​ລີ, ສະຫະພັນ​ວົງ​ການ​ເຈົ້າ​ຂອງ​ອຸດສາ​ຫະກຳ​ອິຕາ​ລີ ​ແລະ ບັນດາ​ຄູ່​ຮ່ວມ​ມື​ອີ​ຕາ​ລີ ​ຈັດ​ຕັ້ງ, ຕາມ​ຂອບ​ເຂດ​ໂຄງການ​ສົ່ງ​ເສີມ​ດ້ານການ​ຄ້າ​ແຫ່ງ​ຊາດ​ຂອງ​ສະຫະສະມາຄົມ​ພັດທະນາ​ສິນຄ້າ​​ໃຊ້ສອຍ​ຫວຽດນາມ. ກອງ​ປະຊຸມ​ສຳ​ມະ​ນາ ​ໄດ້​ໂຄສະນາ​ກາລະ​​ໂອກາດ​ລົງທຶນດຳ​ເນີນ​ທຸລະ​ກິດ​ຂອງ​ບັນ​ດາ​ວິ​ສາ​ຫະກິດ​ຫວຽດນາມ, ຊ່ວຍ​ໃຫ້​ວິ​ສາ​ຫະກິດ​ຫວຽດນາມ ມີ​​​ແຫຼ່ງຂ່າວ​ທີ່​ມີ​ຜົນ​ປະ​ໂຫຍ​ດກ່ຽວ​ກັບ​ຄວາມ​ສາມາດ​ບົ່​ມ​ຊ້ອນ, ບັນດາ​ຂົງ​ເຂດ​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ​ຢູ່​ຕະຫຼາດ​ນີ້.

ຂ່າວ/ບົດ​ອື່ນ