ຫວຽດນາມຊ່ວຍລາວ ກໍ່ສ້າງສະຖານີຖ່າຍທອດ ວິທະຍຸກະຈາຍສຽງ- ໂທລະພາບຢູ່ແຂວງອຸດົມໄຊ


ຫວຽດນາມຊ່ວຍລາວ ກໍ່ສ້າງສະຖານີຖ່າຍທອດ ວິທະຍຸກະຈາຍສຽງ- ໂທລະພາບຢູ່ແຂວງອຸດົມໄຊ - ảnh 1

 (ພາບ: ນັກ​ຂ່າວ​ລາວ)

 (vovworld)-ຕອນ​ເຊົ້າ​ວັນ​ທີ 3/1, ​ຢູ່​​ເທດສະບານ​ເມືອ​ງອຸດົມ​ໄຊ-​ທາງ​ພາກ​ເໜືອ​ລາວ, ກະຊວງ​ຖະ​ແຫຼ​ງຂ່າວ-​ວັດທະນະທຳ-​ທ່ອງທ່ຽວ​ລາວ, ອຳນາດ​ການ​ປົກຄອງ​ແຂວງ​ອຸດົມ​ໄຊ ​ແລະ ​ໂທລະ​ພາບ​ແຫ່ງ​ຊາດ​ຫວຽດນາມ ສົມທົບ​ກັນ​ຈັດ​ພິທີ​ວາງ​ສີ​ລາ​ລຶກ​ໂຄງການສ້າງ​ສະຖານີ​ຖ່າຍ​ທອດວິທະຍຸກະຈາຍສຽງ-ໂທລະພາບ​ຢູ່​​ແຂວງ​ອຸດົມ​ໄຊ ດ້ວຍ​ທຶນ​ອຸປະຖຳ​ພັດທະນາ​ທາງ​ການ (ODA) ຂອງຫວຽດນາມ. ​ໂຄງການ​ລວມມີ​ລະບົບ​ເຄື່ອງ​ອຸປະກອນ​ເຕັກນິກ ​ແລະ ພື້ນຖານ​ໂຄງ​ລ່າງ ​ເພື່ອ​ຕອບ​ສະໜອງ​ການ​ຕິດຕັ້ງບັນດາ​ລະບົບ​ເຄື່ອງ​ອຸປະກອນຈັກກະຈາຍສຽງ ແລະ ກະຈາຍ​ພາບ ​ໂດຍ​ບໍລິສັດ​ຈິດ​ຈະ​ເລີ​ນກໍ່​ສ້າງ./.

ຂ່າວ/ບົດ​ອື່ນ