ຫວຽດນາມຊ່ວຍລາວກໍ່ສ້າງໂຮງໝໍມິດຕະພາບຊຽງຂວາງ

ຫວຽດນາມຊ່ວຍລາວກໍ່ສ້າງໂຮງໝໍມິດຕະພາບຊຽງຂວາງ - ảnh 1
​ພິ​ທີ​​ວາງ​ສີ​ລາ​ນຶກ​ໂ​ຄງ​ການ​ກໍ່​ສ້າງ​ໂຮງ​ໝ​ໍ​ມິດ​ຕະ​ພາບ​ຊຽງ​ຂວ​າງ
(ພາບ: tuoitre)


(vovworld) –​ ຕອນ​ເຊົ້າ​ວັນ​ທີ 02/01, ຢູ່​ແຂວງ ຊຽງ​ຂວາງ, ໄດ້​ຈັດ​ພິ​ທີ​​ວາງ​ສີ​ລາ​ນຶກ​ໂ​ຄງ​ການ​ກໍ່​ສ້າງ​ໂຮງ​ໝ​ໍ​ມິດ​ຕະ​ພາບ​ຊຽງ​ຂວ​າງ. ນີ້​ແມ່ນ​ໂຄງ​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ສາ​ທາ​ລະ​ນະ​ສຸກ​ໃຫຍ່ກວ່າ​ໝູ່ ນັບ​ແຕ່ກອນ​ມາ​ຮອດ​ປະ​ຈຸ​ບັນ​ຂ​ອງ​ຫວຽດ​ນາມ ຢູ່ພາກ​ເໜືອ​ຂອງ​ລາວ, ເຊິ່ງ​ໄດ້​​ຮັບ​ການລົງ​ທຶນກໍ່​ສ້າງ​ຈາກ​ແຫຼ່ງ​ເງິນ​ຊ່ວຍ​ເຫຼືອ​​ລ້າ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ທີ່​ສະ​ຫງວນ​ໃຫ້​ລັດ​ຖ​ະ​ບານ​ລາວ. ໂຮງ​ໝ​ໍ​ມິດ​ຕະ​ພາບ​ຊຽງ​ຂວ​າງ ໄດ້​ຮັບ​ການກໍ່​ສ້າງ​ໃນ​ເນື້ອ​ທີ່​ດິນ 2,5 ha, ຍອດ​ເງິນ​ລົງ​ທຶນ​​ແມ່ນປະ​ມານ 400 ຕື້​ດົງ. ໂຄງ​ການ​ໂດຍ​ແຂວງ ເງັ້​ອານ ເປັນ​ເຈົ້າ​ຂອງ​ລົງ​ທຶນ ​ດ້ວຍ​ຂະ​ໜາດ​ 200 ຕ່​ຽງ​ໃຫ້​ຄົນ​ເຈັບ; ພື້ນ​ຖານ​ດ້ານ​ວັດ​ຖຸ, ເຄື່ອງ​ອຸ​ປະ​ກອນ​ທີ່​ທັນ​ສະ​ໄໝ ຮັບ​ໃຊ້​ໃຫ້ວຽກ​ງານກວດ ແລະ ປິ່ນ​ປົວ​ພະ​ຍາດ​ຂອງ​ປະ​ຊາ​ຊົນ​ແຂວງ​ຊຽງ​ຂວາງ. ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທິ​​ວາງ​ສີ​ລາ​ນຶກ​ໂຄງ​ການກໍ່​ສ້າງ, ທ່ານ ຫງວຽນ​ຈິ໋​ຢຸງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ, ຮອບ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ຫວຽດ​ນາມ - ລາວ, ເນັ້ນ​ໜັກ​ວ່າ, ເລື່ອງ​ລັດ​ຖະ​ບານ​ຫວຽດ​ນາມ ສະ​ຫງວນ​ບ້ວງ​ເງິນ​ໃຫຍ່ ເພື່ອກໍ່​ສ້າງໂຮງ​ໝ​ໍ​ມິດ​ຕະ​ພາບ​ຊຽງ​ຂວ​າງ ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ໃນ​ການ​ເພີ່ມ​ທະ​ວີ​ວຽກ​ງານ​​ສົ່ງ​​ເສີນ​ສຸ​ຂະ​ພາບ​ໃຫ້​ປະ​ຊາ​ຊົນ​ລາວ ບັນ​ດາ​ເຜົ່າ; ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ 2 ລັດ​ຖະ​ບານ, 2 ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ໃນ​ການ​ຍູ​້​ແຮງ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ຮ່ວມ​ມື​ຫວຽດ​ນາມ - ລາວ ຢູ່ 2 ແຂວງ​ຊຽງ​ຂວາງ ແລະ ຫົວ​ພັນ.

ຂ່າວ/ບົດ​ອື່ນ