ຫວຽດນາມຊ່ວຍລາວຍົກສູງລະບົບສາທາລະນະສຸກຢູ່ລາວ

ຫວຽດນາມຊ່ວຍລາວຍົກສູງລະບົບສາທາລະນະສຸກຢູ່ລາວ - ảnh 1
(ພິ​ທີ​ວາງ​ສີ​​ລາ​ລຶກໂຄງ​ການ​ລົງ​ມືກໍ່​ສ້າງ​ໂຮງໝໍ​ມິດ​ຕະ​ພາບ
​ຫວຽດ​ນາມ - ລາວ ຢູ່​ແຂວງ​ຫົວ​ພັນ)

(vovworld) –​ ​​ ​ວັນ​ທີ 03/01, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ແທງ​ຮ໋​ວາ, ຫວຽດ​ນາມ ແລະ ແຂວງ​ຫົວ​ພັນ, ລາວ ໄດ້​ຈັດ​ພິ​ທີ​ວາງ​ສີ​ລາ​ລຶກໂຄງ​ການ​ລົງ​ມືກໍ່​ສ້າງ​ໂຮງໝໍ​ມິດ​ຕະ​ພາບ​ຫວຽດ​ນາມ - ລາວ ຢູ່​ແຂວງ​ຫົວ​ພັນ. ເຂົ້າ​ຮ່ວມ​ພິ​ທີ, ມີ​​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ສົມ​ສະ​ຫວາດ ເລັ່ງ​ສະ​ຫວັດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລາວ - ຫວຽດ​ນາມ; ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຫວຽດ​ນາມ ຫງວຽນ​ຈິ໋​ຢຸງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ຫວຽດ​ນາມ - ລາວ ພ້ອມ​ກັບ​ຜູ້​ຕາງ​ໜ​້າ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນລາວ​, ແຂວງ​ຫົວ​ພັນ ແລະ ແຂວງ​ແທງ​ຮ໋ວ​າ. ໂຄງ​ການກໍ່​ສ້າງ​ໂຮງ​ໝ​ໍ​ມິດ​ຕະ​ພາບ​ແຂວງ​ຫົວ​ພັນ ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ແທງ​ຮ໋ວາ ເປັນ​ເຈົ້າ​ຂອ​ງ​ລົງ​ທຶນ ດ້ວຍມູນ​ຄ່າກໍ່​ສ້າງ​ປະ​ມານ 20 ລ້ານ USD, ມີ​​ມາດ​ຖານ 200 ຕຽງ, ​ອຸ​ປະ​ກອນ​ການ​ແ​ພດ​ທີ່​ທັນ​ສະ​ໄໝ. ໂຄງ​ການ​ໄ​ດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່​ບ້ານ ມີ​ສຸກ, ເມືອງ​ຊຳ​ເໜືອ, ຈະ​ສຳ​ເລັດ​ໃນ​ປີ 2018.

      ແລະ​ກໍ່​ທີ່​ພິ​ທີ​ວາງ​ສີ​ລາ​​ລຶກ, ແຂວງ​ແທງ​ຮ໋​ວາ ໄດ້​ມອບ​ໃຫ້​ແຂວງ​ຫົວ​ພັນ 200 ລ້ານ​ດົ່ງ ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ຮັບ​ປະ​ກັ​ນ​ຊີ​ວິດ​ສັງ​ຄົມ​ໃນ​ບໍ​ລິ​ເວນ​ແຂວງ.

ຂ່າວ/ບົດ​ອື່ນ