ຫວຽດນາມຊ່ວຍເຫຼືອລາວ ບໍາລຸງສ້າງພະນັກງານ ການເມືອງ
(ພາບປະກອບ)
(vovworld)- ຊຸດບຳລຸງສ້າງຄູສອນໃຫ້ແກ່ບັນດາໂຮງຮຽນການເມືອງ - ການປົກຄອງຂອງລາວ ໂດຍສະຖາບັນການເມືອງ - ການປົກຄອງແຫ່ງຊາດ ໂຮ່ຈີ່ມິນ ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 30/9 ຢູ່ຮ່າໂນ້ຍ, ລາຍການຮໍ່າຮຽນຄົ້ນຄວ້າຂອງບັນດານັກຮຽນລາວ ແມ່ນດຳເນີນໄປເປັນເວລາ 3 ເດືອນ. ບັນດາວິຊາຮຽນທີ່ປະກອບເຂົ້າໃນລາຍການຊ່ວຍຄູສອນຂອງບັນດາໂຮງຮຽນການເມືອງ - ການປົກຄອງຂອງລາວ ຮັບຮູ້ໄດ້ ບັນດາບັນຫາພື້ນຖານທີ່ສຸດ ຂອງທິດສະດີ ມາກ - ເລນິນ, ແນວຄິດໂຮຈີ່ມິນ, ທັດສະນະ, ແນວທາງຂອງພັກຄອມມູນິດຫວຽດນາມ ກ່ຽວກັບເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ, ບັນດາບົດຮຽນໃນກວ່າ 25 ປີ ແຫ່ງການປ່ຽນແປງໃໝ່ໃນຂົງເຂດເສດຖະກິດ, ສັງຄົມ; ວຽກງານກໍ່ສ້າງພັກ ແລະ ກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ. ຄຽງຄູ່ກັບການຮໍ່າຮຽນ ແລະ ຄົ້ນຄວ້າຢູ່ ສະຖາບັນການເມືອງ - ການປົກຄອງແຫ່ງຊາດ ໂຮ່ຈີ່ມິນ, ຊຸດບຳລຸງສ້າງຄູສອນໃຫ້ແກ່ບັນດາໂຮງຮຽນການເມືອງ - ການປົກຄອງຂອງລາວ ຈະມີລາຍການໄປຄົ້ນຄວ້າ ປະຕິບັດຕົວຈິງ ຢູ່ບາງທ້ອງຖິ່ນຂອງຫວຽດນາມ ດວ້ຍເນື້ອໃນທີ່ອຸດົມສົມບູນແທດຈິງ.