ຫວຽດນາມຍົກລະດັບຮັບມືກັບໂລກພະຍາດEbola

ຫວຽດນາມຍົກລະດັບຮັບມືກັບໂລກພະຍາດEbola - ảnh 1
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫງວຽນ​ແທງ​ລອງ ເຮັດ​ວຽກ​ກັບ ໂຮງ​ໝໍ​ເຂດ​ຮ້ອນ​ສູນ​ກາງ
(ພາບ:vovgiaothong.vn)

(vovworld) –  ບັນ​ດາ​ຮາກ​ຖານການ​ແພດ​ຄວນ​ຍົກ​ສູງ​ສະ​ຕິ​​ລະ​ວັງ​ຕົວ ແລະ ຍົກ​ລະ​ດັບ​​ຮັບ​ມື​ກັບ​ໂລ​ກ​ພະ​ຍາດ Ebola ທີ່​ມີ​ໄພ​ເຊື່ອມ​ຊຶມ​ເຂົ້າ ຫວຽດ​ນາມ ກ່​ວາ​ອີກ. ນັ້ນ​ແມ່ນ​ຄຳ​ຮຽກ​ຮ້ອງ​ຂອງ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫງວຽນ​ແທງ​ລອງ ໃນ​ການກວດ​ກາ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ພະ​ຍາດນີ້​ຢູ່​ໂຮງ​ໝໍ​ເຂດ​ຮ້ອນ​ສູນ​ກາງ​ໃນ​ວັນ​ທີ 19/10. ເຂົ້າ​ຮ່ວມ​ຄະ​ນະ​ກວດ​ກາ​ມີ​ຜູ້​ຕາງ​ຫນ້າ​ອົງ​ການ​ອະ​ນາ​ໄມ​ໂລກ​ປະ​ຈຳ ຫວຽດ​ນາມ. ເຖິງວ່າ, ຫວຽດ​ນາມ ຍັງ​ບໍ່​ທັນ​ພົບ​ເຫັນ​ກໍ​ລະ​ນີ​ໃດ​ຕິດ​ພະ​ຍາດ Ebola ກໍ່​ຕາມ, ແຕ່​ຜ່ານ​ການ​ກວດ​ກາ​ສະ​ແດງ​ໃຫ​້​ເຫັນ​ວ່າ: ໂຮງ​ໝໍ​ເຂດ​ຮ້ອນ​ສູນ​ກາງ​ໄດ້​​ກຽມພ້ອມ​​ໃຫ້​ແກ່​ການຮັບ, ປິ່ນ​ປົ​ວ ແລະ ປ້ອງ​ກັນ, ຕ້ານ​ການ​ແຜ່​ລະ​ບ​າດນີ້. ໂຮງ​ໝໍ​ແຫ່ງນີ້​ໄດ້​​ວາດ​ພາບວິ​ທີ​ແນະ​ນຳ​ການ​ບົ່ງ​ມະ​ຕິ ແລະ ​ປິ່ນ​ປົວພະ​ຍາດ Ebola, ສ້າງ​ແຜນ​ການ​ປ້ອງ​ກັນ, ຕ້ານພະ​ຍາດ ແລະ ສ້າງ​ຕັ້ງ​ກອງ​ພະ​ຍາ​ບານ​ສຸກ​ເສີນ​ນອກ​ໂຮງ​ໝໍ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຫງວຽນ​ແທງ​ລອງ ໄດ້​ຮຽກ​ຮ້ອງ​ທຸກໆ​ຮາກ​ຖານ​ການ​ແພດ​ຍົກ​ສູງ​ລະ​ດ​ັບ​ລະ​ວັງ​ຕົວ ແລະ ລະ​ດັບ​​ຮັບມື​ກັບ​​ໂລກ​ພະ​ຍາດ Ebola ຍິ່ງ​ກ່​ວາ​ອີກ. ຫວຽດ​ນາມ ຈະ​ສ້າງ​ຕັ້ງກອງ​ປະ​ຕິ​ກິ​ລິ​ຍາ​ໄວ​ລະ​ດັບ​ຊາດ 4 ກອງ​ເພື່ອ​ຮັບ​ມື​ກັບ​ພະ​ຍາດ​ດັ່ງ​ກ່​າວ.


ຂ່າວ/ບົດ​ອື່ນ