ຫວຽດນາມຍົກສູງບົດບາດສາມັກຄີຂອງອາຊຽນໃນການຮັບປະກັນໂຄງປະກອບຄວາມໝັ້ນຄົງແລະສະຖຽນລະພາບຢູ່ພາກພື້ນ

ຫວຽດນາມຍົກສູງບົດບາດສາມັກຄີຂອງອາຊຽນໃນການຮັບປະກັນໂຄງປະກອບຄວາມໝັ້ນຄົງແລະສະຖຽນລະພາບຢູ່ພາກພື້ນ - ảnh 1
ວາ​ລະ​ປະ​ຊຸມ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

(vovworld)- ​ວັນ​ທີ 15/2, ສະ​ພາ​ຄວາມ​ໝັ້ນ​ຄົງ​ສ​ປ​ຊ ໄດ້​ຈັດ​ວາ​ລະ​ປະ​ຊຸມ​ເປີດ​ເພື່ອ​ປຶກ​ສາ​ຫາ​ລືກ່ຽວ​ກັບ​ຫົວ​ຂໍ້: “ເຄົາ​ລົບ​ບ​ັນ​ດາ​ຄະ​ຕິ​ທຳ, ຈຸດ​ປະ​ສົງ​ຂອງ ກົດ​ບັດ ສ​ປ​ຊ, ປັດ​ໄຈ​ຫລັກ​ແຫລ່ງ​ແກ່ນ​ສານ ເພື່ອ​ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ ສາ​ກົນ”. ນະ​ທີ່ນີ້ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki moon ໄດ້​ເນັ້ນ​ຫນັກ​ເຖິງ​ບົດ​ບາດ​ຂອງ ສ​ປ​ຊ ໃນ​ການ​ຫນູນ​ຊ່ວຍ​ສ້າງ​ກຳ​ລັງ​ຄວາມ​ສາ​ມາດ​ຊ່ວຍ​ໃຫ້​ບັນ​ດາ​ປະ​ເທດ​ຮັບ​ຮູ້ ແລະ ແກ້​ໄຂ​ການ​ປະ​ທະ​ກັນ ແລະ ວິ​ກິດ​ການ, ຜ່ານ​ບັນ​ດາ​ມາດ​ຕະ​ການ​ສະ​ກັດ​ກັ້ນ.  ທ່ານ Ban ki moon ກໍ​ຢືນ​ຢັນ: ທິດ​ນຳ​ການ​ເຄື່ອນ​ໄຫວ​ຂອງ ສ​ປ​ຊ ແມ່ນ​ອີງ​ໃສ່​ການ​ຮ່ວມ​ມື, ຄວາມ​ໂປ່ງ​ໃສ ແລະ ເຄົາ​ລົບ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ ກົດ​ບັດ ສ​ປ​ຊ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ, ທ່ານ​ນາງ ຫງວຽນ​ທິ​ເຟືອງ​ງາ, ຫົວ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ຖື​ວ່າ: ສ​ປຊ ຄວນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຫນູນ​ຊ່ວຍ​ແກ້​ໄຂ​​ຄວາມ​ຂັດ​ແຍ້ງ​ກັນ​ໂດຍສັນ​ຕິ​ ແລະ ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ; ສະ​ພາ​ຄວາມ​ໝັ້ນ​ຄົງ ຄວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ໃນ​ພາກ​ພື້ນ ແລະ ອະ​ນຸ​ພາກ​ພື້ນ, ປະ​ຕິ​ບັດ​ບົດ​ບາດ​ໄກ່​ເກຍ​ປອງດອງ​ເປັນ​ຢ່າງ​ດີ, ລະ​ດົມ​ແຫລ່ງ​ກຳ​ລັງ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ. ທ່ານ​ນາງ ຫງວຽນ​ທິ​ເຟື​ອງ​ງາ ເນັ້ນ​ຫນັກ​ເຖ​ິງ​ບົດ​ບາດ​ສາ​ມັກ​ຄີ​ຂອງ ອາ​ຊຽນ ໃນ​ການ​ຮັບ​ປະ​ກັນ​ໂຄງ​ປະ​ກອບ​ຄວາມ​ໝັ້ນ​ຄົງ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ພິ​ເສດ ຕໍ່​ຫນ້າ​ບັນ​ດາ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ບັນ​ດາ​ການ​ກະ​ທຳ​ພຽງລຳ​ພັງ​ຝ່າຍ​ດຽວ ໃນ​ການ ກໍ່​ສ້າງ, ເປີດກວ້າງ​ເກາະ​ຢ່າງ​ຜິດ​ກົດ​ໝາຍ ກໍ່​ຜົນ​ສະ​ທ້ອນ​ເຖິງ​ສະ​ພາບ​ແວດ​ລ້ອມ ແລະ  ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງຢູ່​ພາກ​ພື້ນ.

ຂ່າວ/ບົດ​ອື່ນ