ຫວຽດນາມຍາດສິດເຂົ້າຮ່ວມການແຂ່ງຂັນໝາກຮຸກສາກົນປີ 2015

ຫວຽດນາມຍາດສິດເຂົ້າຮ່ວມການແຂ່ງຂັນໝາກຮຸກສາກົນປີ 2015 - ảnh 1
ນັກ​ແຂ່ງຂັນ​ໝາກຮຸກ​ຫວຽດນາມ 3 ຄົນ ຍາດ​ໄດ້​ໄຊຊະນະ​
ເພື່ອ​ເຂົ້າ​ຮ່ວມ​ການ​ແຂ່ງຂັນໝາກຮຸກສາກົນ​ປີ 2015
(ພາບ: dantri.com.vn)


(vovworld) – ພາຍຫຼັງ​​ແຂ່ງຂັນ​ເປັນ​ເວລາ​ໜຶ່ງສັບປະດາ​, ຢູ່​ນະ​ຄອນ​ໂຮ່ຈິ​ມິນ, ວັນ​ທີ 15/03, ການ​ແຂ່ງຂັນ​ໝາກຮຸກ​ສາກົນຮອບຄັດ​ເລືອກ - ​ເຂດ 3.3 ສິ້ນ​ສຸດ​ລົງ, ດ້ວຍ​​ໄຊຊະນະ​ແມ່ນ​ຂຶ້ນ​ກັບ​ຫວຽດນາມ. ​ນັກ​ແຂ່ງຂັນ​ໝາກຮຸກ​ຫວຽດນາມ 3 ຄົນ ຍາດ​ໄດ້​ໄຊຊະນະ​ເພື່ອ​ເຂົ້າ​ຮ່ວມ​ການ​ແຂ່ງຂັນໝາກຮຸກສາກົນ​ປີ 2015. ນັ້ນ​ແມ່ນ ​ເລກ​ວາງ​ລຽມ, ຫງວຽນ​ງອກ​​ເຈື່ອງ​ເຊີນ ​ແລະ ຟ້າ​ມ​ເລ​ທ້າວ​ງວຽນ.

        ​ເຂົ້າ​ຮ່ວມການ​ແຂ່ງຂັນໝາກຮຸກ​ສາກົນຮອບ​ຄັດ​ເລືອກ - ​ເຂດ 3.3 ປີ 2015, ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ແຂ່ງ​ຂັນ​​ໝາກຮຸກ​ຊາຍ 44 ຄົນ ​ແລະ ຍິງ 20 ຄົນທີ່ມາ​ຈາກ ສ.​ເກົາຫຼີ, ມົງກົນ, ​ໄທ, ມຽນມາ, ຟີ​ລິບ​ປີນ, ສິງກະ​ໂປ ​ແລະ ຫວຽດນາມ.

ຂ່າວ/ບົດ​ອື່ນ