ຫວຽດນາມຍາດໄດ້ 2 ຫຼຽນທອງ ທີ່ການເສັງ IEYI ສາກົນປີ 2012

ຫວຽດນາມຍາດໄດ້ 2 ຫຼຽນທອງ ທີ່ການເສັງ IEYI ສາກົນປີ 2012 - ảnh 1

“ຈັກຕັດ​ຫຼາຍ​ຄຸນ​ປະ​ໂຫຍ​ດ“ ​ຂອງ​ຫວຽດນາມ ​ໄດ້​ຮັບ​ຫຼຽນ​ທອງ

(ພາບ:vov.vn)​

( vovworld ) –  ​ໃນ​ການ​ເສັງ-ງານ​ວາງສະ​ແດງປະດິດ​ສ້າງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ໜຸ່ມ​ສາກົນ​ຄັງທີ 8 ປີ 2012 (IEYI Thailand 2012) ຈັດ​ຂຶ້ນ​ຢູ່​ປະ​ເທ​ດ​ໄທ, 2 ຮູບ​ແບບ ຂອງ​ຫວຽດນາມ​ ​ໄດ້ຮັບ​ຫຼຽນ​ທອງ ນັ້ນ​ແມ່ນ “ຈັກຕັດ​ຫຼາຍ​ຄຸນ​ປະ​ໂຫຍ​ດ“ ​ເພື່ອ​ຕັດ​ຜື​ໃນ​ທົ່ງ​ນາ ​ແລະ ສາມາດ​ກ່ຽວ​ເຂົ້າ​ໄດ້ຂອງ​ນ້ອງ Le Xuan Thu ຢູ່​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ Kim Son B ​ແຂວງ Ninh Binh  ​ແລະ ຮູບ​ແບບ “ຢາ​ປາບ​ສັດຕູ​ພືດ​ຊີວະ​ພາບ“ ​ເພື່ອ​ແນ​ໃສ່​ຫຼຸດຜ່ອນ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ຂອງ​ນອ້ງ Le Bao Ngoc ຢູ່​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ Bao Loc ​ແຂວງ Lam Dong. ​ເຂົ້າຮ່ວມ​ການ​ເສັງ​ປີ​ນີ້​ມີ 9 ປະ​ເທດ ​ແລະ​ ​ເຂດ​ແຄ້ວ​ນຄື: ​ໄທ, ຫວຽດນາມ, ຍິ່ປຸ່ນ, ມາ​ເລ​ເຊຍ, ຮົງ​ກົງ, ​ໄຕ້​ຫວັນ (ຈີນ), ສິງກະ​ໂປ, ອິນ​ໂດ​ເນ​ເຊຍ ​ແລະ ຟິລິບ​ປິນ.

ຂ່າວ/ບົດ​ອື່ນ