ຫວຽດນາມຍາມໃດກໍ່ຕັ້ງໜ້າພ້ອມກັບລັດຖະສະພາປະເທດຕ່າງໆສ້າງໂລກແຫ່ງສັນຕິພາບ, ເອກະລາດ

ຫວຽດນາມຍາມໃດກໍ່ຕັ້ງໜ້າພ້ອມກັບລັດຖະສະພາປະເທດຕ່າງໆສ້າງໂລກແຫ່ງສັນຕິພາບ, ເອກະລາດ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງຕ້ອນຮັບ​ອະດີດ​ເລຂາທິການ​ໃຫຍ່ IPU Anders B Johnsson


(vovworld) - ຫວຽດນາມ ​ຍາມ​ໃດ​ກໍ່​ຕັ້ງໜ້າ​ພ້ອມ​ກັບ​ລັດຖະສະພາ​ປະ​ເທດ​ຕ່າງໆ​ສ້າງ​ໂລກ​ແຫ່ງ​ສັນຕິພາບ, ​ເອກະລາດ, ​ເສລີພາບ ​ແລະ ພັດທະນາ, ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ທີ່​ການ​ຕ້ອນຮັບ​ອະດີດ​ເລຂາທິການ​ໃຫຍ່ IPU Anders B Johnsson ​ໃນ​ຕອນ​ບ່າຍ​ວັນ​ທີ 26/3 ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ຫວັງວ່າ​, ຈະ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເຫັນ​ປະກອບ​ຂອງ​ທ່ານ Anders B Johnsson​ ໃນ​ວິວັດ​ແຫ່ງ​ການຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່ IPU 132, ພິ​ເສດ​ແມ່ນ​ບັນດາ​ເນື້ອ​ໃນ, ລາຍການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ​ໃຫຍ່. ທ່ານ​ກໍ່​ໄດ້​ແຈ້ງ​ກ່ຽວ​ກັບ​ຜົນ​ແຫ່ງ​ວຽກ​ງານ​ກະກຽມ IPU 132, ຫວຽດນາມ​ປາຖະໜາ​ຢາກ​ສືບ​ຕໍ່ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ຂອງ IPU ​ໃນ​ການ​ຕີ​ລາຄາ​ຜົນ​ແຫ່ງ​ການ​ປະຕິບັດ​ບັນດາ​ຄາດໝາຍພັດທະນາ​ສະ​ຫັດ​ຕະວັດ ​ແລະ ປຶກສາ​ຫາ​ລື​ວາງ​ອອກ​ບັນດາ​ຄາດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ​ໃນ​ໄລຍະ​ຫຼັງ​ປີ 2015. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ຫວັງ​ວ່າ, ດ້ວຍ​ບົດຮຽນ​​ເຂົ້າ​ຮ່ວມ​ວຽກ​ງານ​ໃນ​ຄະນະ​ເລຂາ IPU ມາ​ຫຼາຍ​ປີ, ທ່ານ Anders B Johnsson ສືບ​ຕໍ່​ໜູນ​ຊ່ວຍ ​ແລະ ສະໜັບສະໜູນ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໃນ​ການ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ກັບ​ສາກົນ, ປະກອບສ່ວນ​ຫຼາຍ​ກວ່າ​ອີກ​ເຂົ້າ​ໃນ​ບັນດາ​ຄາດໝາຍ​ພັດທະນາ​ລວມຂອງ IPU ​ແລະ ​ໂລກ.

​ເມື່ອຕີ​ລາຄາ​ສູງວຽກ​ງານ​ກະກຽມ​ໃຫ້​ເຫດການ IPU 132 ຂອງ​ປະ​ເທດ​ເຈົ້າພາບ​ຫວຽດນາມ, ທ່ານ Anders B Johnsson ຢືນຢັນ​ວ່າ ສະພາ​ແຫ່ງ​ຊາດ​ຫວຽດນາມ​ ຈະ​ຈັດ​ຕັ້ງ​ເຫດການ​ນີ້​ສຳ​ເລັດ​ຜົນ, ຜ່ານ​ນັ້ນ, ​ເສີມ​ຂະຫຍາຍ​ບົດບາດ, ທີ່​ຕັ້ງ​ໃນ​ເວທີ​ສາກົນ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ